ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮ່ວມ​ຫາລື​ເພື່ອ​ຊ່ວຍ​ເຫລືອ​ມຽນມາ 

ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ ​ການ​ຕ່າງປະ​ເທດ​ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງຈາກ ນະຄອນຫລວງ​ ວຽງ​ຈັນ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 18 ພຶດສະພາ 2008 ເພື່ອ​ເຂົ້າ​ຮ່ວມ​ ກອງ​ປະຊຸມ ລັດຖະມົນຕີ​ຕ່າງປະ​ເທດ ອາ​ຊຽນສະ​ໄໝ​ພິ​ເສດ ​ເພື່ອ​ຊ່ວຍ​ເຫລືອ ສະຫະພາບ​ມຽນມາ ຊຶ່ງ​​ຈັດ​ຂຶ້ນໃນ​ວັນທີ 19 ພຶດສະພາ 2008 ທີ່​ປະ​ເທດ ສິງກະ​ໂປ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ມີການປຶກສາ​ຫາລື ແລະ ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ເພື່ອ​ຫາ​ ທາງ​ຊ່ວຍ​ເຫລືອ​ສະຫະພາບ​ມຽນມາ ພາຍຫລັງ​ທີ່​ໄດ້​ຮັບ​ຜົນ​ກະທົບຢ່າງ​ໜັກໜ່ວງ ຈາກ​ພາຍຸນາ​ກິດສ ​​ອາຊຽນ ຈະໃຫ້ການຊ່ວຍເຫລືອດ້ານຕ່າງໆ ໂດຍສະເພາະດ້ານບັນ​ເທົາ​ທຸກ ​ແລະ ການ​ຟຶ້ນຟູ​ລະບົບ ​ໂຄງ​ລ່າງ ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມຽນມາ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​ດັ່ງກ່າວ ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ.

ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງນີ້​ ຍັງ​​ໄດ້​ຮັບ​ຟັງການ​ລາຍ​ງານ​ຂອງ ​ທ່ານ ນຽນ​ວິນ, ລັດຖະມົນຕີ​ ວ່າການ​ກະຊວງການ​ຕ່າງປະ​ເທດ ມຽນມາ ກ່ຽວ​ກັບ​ການ​ປະ​ເມີນ​ຄວາມ​ເສຍ​ຫາຍ ​ແລະ ຄວາມ​ຕ້ອງການ​ ການ​ຊ່ວຍ​ເຫລືອ; ການ​ລາຍ​ງານ​ຂອງ ທ່ານ ດຣ ສຸຣິນ ພິດ​ສຸວັນ, ​ເລຂາທິການ ​ໃຫຍ່ອາ​ຊຽນ ກ່ຽວ​ກັບການ​ປະກອບສ່ວນ ​ເພື່ອ​ບັນ​ເທົາ​ທຸກ​ແກ່​ມຽນມາ ​ແລະ ການ​ລາຍ​ງານ​ຂອງ​ ປະທານ​ຄະນະ​ ກຳມະການ​ຄຸ້ມ​ຄອງ​ໄພພິບັດອາຊຽນ ກ່ຽວ​ກັບ​ຄວາມ​ພະຍາຍາມ​ໃນ​ການບັນ​ເທົາ​ທຸກ.

_____________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la