ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຕ້ອນຮັບ​ການ​ເຂົ້າຢ້ຽມ​ອຳ​ລາ​ຂອງ​ທ່ານ​ທູດ​ອີ​ຕາ​ລີ

​ໃນ​ວັນ​ທີ 20 ພຶດສະພາ 2009, ທີ່​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ​ທ່ານ ອິກນາຊິ​ໂອ ດີ​ປາສ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ ແຫ່ງປະ​ເທດ​ອີ​ຕາ​ລີ ປະຈຳ ສປປ ລາວ, ຊຶ່ງ​ມີ​ສຳນັກງານ​ຕັ້ງ​ຢູ່ບາງກອກ, ປະ​ເທດ​ໄທ ​ໃນ​ໂອກາດ​ທີ່​ທ່ານ​ມາ​ປະຕິບັດ​ໜ້າ​ທີ່​ເປັນ​ທູດ​ຢູ່​ລາວ ​ເປັນ​ເວລາ 5 ປີ.

ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ທ່ານ​ທູດ​ອີ​ຕາ​ລີ ທີ່​ໄດ້​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຢ່າງ​ສຳ​ເລັດ​ຜົນ​ດ້ວຍ​ດີ ​ແລະ ອວຍພອນ​ໃຫ້​ທ່ານ​ທູດ ​ເດີນທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ປອດ​ໄພ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ໃໝ່​ຂອງ​ທ່ານ.

​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ ​ແລະ ຮ່ວມ​ມືລະ​ຫວ່າງ ລາວ-ອີ​ຕາ​ລີ ​ໄດ້​ມີ​ການ​ຂະຫຍາຍຕົວຫລາຍ​ດ້ານ​ເຊັ່ນ: ຍອດ​ມູນ​ຄ່າ​ການ​ລົງທຶນ ​ຂອງ ອີ​ຕາ​ລີ ຢູ່ ລາວ ມີ​ທັງ​ໝົດ 1.973.000 ​ໂດ​ລາ​ສະຫະລັດ, ​ໃນ​ປີ 1996 ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ອີ​ຕາ​ລີ ສຳນັກງານ ​ຕັ້ງຢູ່ ປາຣີ ປະ​ເທດ​ຝຣັ່ງ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ ສປປ ລາວ ​​ເຊັນ​ສັນຍາ​ກັບ ລັດຖະບານ​ອີ​ຕາ​ລີ ​ໃນ​ໂຄງການ​ບູລະນະ​ປະຕິສັງຂອນ ​ວັດ​ພູ​ຈຳປາ​ສັກ; ສົກປີ 2003 ອີ​ຕາ​ລີ ​ໄດ້​ຊ່ວຍ​ເຫລືອ​ດ້ານ​ສະບຽງ​ອາຫານ​ແກ່ ສປປ ລາວ ມູນ​ຄ່າ 451.796 ​ໂດ​ລາ​ສະຫະລັດ; ​ໂຄງການ​ສູນ​ຊີວະ​ນາໆ​ພັນ ຢູ່​ແຂວງ​ບໍລິ​ຄຳ​ໄຊ ມູນ​ຄ່າ 135.000 ໂດ​ລາ​ສະຫະລັດ, ​ໄດ້​ມີ​ການ​ແລກປ່ຽນ​ການ​ຢ້ຽມຢາມ​ຂອງຄະນະ ​ຜູ້​ແທນ​ນຳກັນ ​ແລະ ມີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ດ້ານ​ອື່ນໆ​ອີກ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la