ບັນດາລັດຖະມົນຕີການຕ່າງປະເທດອາຊຽນໄດ້ພ້ອມກັນທົບທວນຄວາມຄືບໜ້າໃນການຮ່ວມມືຈັດຕັ້ງປະຕິບັດຂໍ້ຕົກລົງຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ
13
ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນປະຈຳປີ
ຄັ້ງທີ
41
ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ
19-24
ກໍລະກົດ
2008
ທີ່ປະເທດສິງກະໂປ ໂດຍສະເພາະໄດ້ປຶກສາຫາລື
ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການໃນພາກພື້ນ
ແລະ
ສາກົນທີ່ພົ້ນເດັ່ນ,
ພິຈາລະນາບັນຫາຕ່າງໆ
ເຊິ່ງ
ພາກພື້ນອາຊຽນ
ແລະ
ໂລກກຳລັງປະເຊີນເຊັ່ນ: ບັນຫາລາຄານ້ຳມັນແພງຂຶ້ນ,
ບັນຫາການຂາດແຄນອາຫານ,
ບັນຫາຄ່າເງິນຜັນປ່ຽນ,
ການຕໍ່ສູ້ຕ້ານ
ລັດທິກໍ່ການຮ້າຍ,
ຄວາມຄືບໜ້າໃນ
ການຈັດຕັ້ງປະຕິບັດ ແລະ ການໃຫ້ສັດຕະຍາບັນຕໍ່ກົດບັດອາຊຽນ.
ຄະນະຜູ້ແທນ
ສປປ
ລາວ
ນຳໂດຍພະນະທ່ານ ດຣ. ທອງລຸນ ສີສຸລິດ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ
ກໍໄດ້ເດີນທາງເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ນອກຈາກນີ້,
ບັນດາລັດຖະມົນຕີການຕ່າງປະເທດອາຊຽນ
ຍັງໄດ້ມີການປະຊຸມຮ່ວມກັບບັນດາລັດຖະມົນ
ຕີການຕ່າງປະເທດຄູ່ເຈລະຈາ
(PMC)
ພ້ອມທັງຮ່ວມກອງປະຊຸມລັດຖະມົນຕີອາຊຽນ+
3.
ກອງປະຊຸມຢ່າງບໍ່ເປັນທາງການຂອງລັດຖະມົນຕີ
EAS
ແລະ
ກອງປະຊຸມເວທີທີ່ປຶກສາຫາລືພາກພື້ນອາຊຽນ
ຄັ້ງທີ
15
(ARF)
ເພື່ອປຶກສາຫາລືແລກປ່ຽນຄຳຄິດຄຳເຫັນນຳກັນກ່ຽວກັບການເສີມຂະຫຍາຍການຮ່ວມມື
ທາງດ້ານການເມືອງ,
ຄວາມໝັ້ນຄົງ,
ການຄ້າ ແລະ ການຮ່ວມມືດ້ານວິຊາການຢູ່ໃນພາກພື້ນ
ແລະ
ໃນໂລກ.
ບັນດາກອງປະຊຸມຕ່າງໆທີ່ກ່າວມານັ້ນ
ແມ່ນມີຄວາມໝາຍ ແລະ
ຄວາມສຳຄັນຢ່າງຍິ່ງຕໍ່
ສປປ
ລາວ,
ບັນດາປະເທດສະມາຊິກອາຊຽນ,
ບັນດາຄູ່
ເຈລະຈາຂອງອາຊຽນ
ແລະ
ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມຕ່າງໆໃນຄັ້ງນີ້ ໂດຍສະເພາະທາງດ້ານການເມືອງ,
ດ້ານເສດຖະກິດ,
ການຄ້າ,
ການລົງທຶນ ແລະ ການຮ່ວມມືເພື່ອການພັດທະນາ.
ພ້ອມນັ້ນ,
ຍັງເປັນໂອກາດເພື່ອຂົນຂວາຍຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນ
ສະມາຊິກອາຊຽນ,
ບັນດາຄູ່ເຈລະຈາ ແລະ ອື່ນໆມາໃຫ້ ສປປ
ລາວ,
ປະກອບສ່ວນເພີ່ມທະວີການຮ່ວມມືໃນອາຊຽນ,
ປະເທດຄູ່ເຈລະຈາ
ແລະ
ຜູ້ເຂົ້າຮ່ວມ
ARF
ຊຶ່ງເປັນການປະກອບສ່ວນສົ່ງເສີມການສ້າງສັນຕິພາບ,
ສະເຖຍລະພາບ ແລະ ເພີ່ມທະວີການຮ່ວມມືເພື່ອພັດທະນາທັງໃນພາກພື້ນ
ແລະ
ໂລກ.
ນອກນັ້ນກໍ່ເປັນໂອກາດທີ່ບັນດາລັດຖະມົນຕີການຕ່າງປະເທດອາຊຽນໄດ້ພົບປະສອງຝ່າຍກັບບັນດາປະເທດສະມາຊິກອາຊຽນ,
ບັນດາປະເທດຄູ່ຮ່ວມ
ເຈລະຈາ
ແລະ ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ
ARF
ອີກດ້ວຍ.