ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດແລະ ຫລວງພະບາງ ຂອງລາວເຂົ້າຍື່ນຈົດໝາຍແຕ່ງຕັ້ງ

​​  ເມື່ອວັນທີ 21 ກໍລະກົດ 2009 ຜ່ານມາ, ຢູ່ທີ່ກະຊວງການຕ່າງປະເທດ, ທ່ານ ພົງສະຫວັດ ບຸບຜາ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫງວຽນ ຕຽນ ຫງອກເພື່ອຍື່ນຈົດໝາຍແຕ່ງຕັ້ງເປັນທ່ານກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະ​​ເຂດ. ນອກນີ້, ​ໃນວັນທີ 23 ກໍລະກົດ, ທ່ານ ດັງ ວັນ ລ້ຽວ ກໍ່ໄດ້ເຂົ້າຍື່ນຈົດໝາຍແຕ່ງຕັ້ງເປັນທ່ານກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງຫລວງພະບາງເຊັ່ນດຽວກັນ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັດ ບຸບຜາໄດ້ສະແດງຄວາມຍິນດີຕ້ອນຮັບທ່ານກົງສຸນໃຫຍ່ທັງສອງ, ພ້ອມທັງອວຍພອນໃຫ້ທ່ານທັງສອງ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ອັນມີກຽດແລະ ສຳຄັນນີ້, ​ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງ ສປປ ລາວແລະ ສສ ຫວຽດນາມໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la