ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສານອວຍພອນວັນຊາດແບນຊິກ


      ໃນວັນທີ 20 ກໍລະກົດ 2009 ນີ້, ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍ ພອນເຖິງສົມເດັດ ອານແບກ II, ເຈົ້າຊີວິດແຫ່ງຣາຊະອານາຈັກແບນຊິກ ທີ່ບຣຸກແຊນ, ຊຶ່ງສານມີເນື້ອໃນວ່າ: ເນື່ອງໃນໂອກາດວັນຊາດແຫ່ງຣາຊະອານາຈັກແບນຊິກ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະອົງ ແລະ ຜ່ານພະອົງໄປຍັງພະບໍລົມວົງສານຸວົງທຸກຖ້ວນຫນ້າ ຂໍອວຍພອນໃຫ້ພະອົງຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ.

   ຂ້າພະເຈົ້າປາຖະຫນາວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກແບນຊິກ ຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຂຶ້ນຕື່ມອີກໃນອະນາຄົດ. ໃນວັນດຽວກັນ, ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ແຮມານວານ ໂຣມປຸຍ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກແບນຊິກ ທີ່ບຣຸກແຊນ ເຊິ່ງມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດວັນຊາດແຫ່ງ ຣາຊະອານາຈັກແບນຊິກ ໃນນາມລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນແບນຊິກທຸກຖ້ວນຫນ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ວັດທະນາຖາວອນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງຣາຊະອານາຈັກແບນຊິກຈະໄດ້ຮັບການພັດທະນາຍິ່ງໆຂຶ້ນໄປ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາໃນໂລກ.

     ໃນໂອກາດດຽວກັນນີ້, ທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ກໍ່ໄດ້ສົ່ງສານອວຍພອນ ເຖິງພະນະທ່ານ ກາແຣນ ເດີກຸກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກແບນຊິກ ທີ່ ບຣຸກແຊນ ເຊັ່ນດຽວກັນ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la