ຜູ້ນຳເຮົາສົ່ງສານອວຍພອນວັນຊາດ
ຮົງກາລີ
ພະນະທ່ານ ຈູມມາລີ ໄຊຍະສອນ,
ປະທານປະເທດແຫ່ງ ສປປ
ລາວ
ໄດ້ຕາງຫນ້າໃຫ້ປະຊາຊົນລາວສະແດງ
ຄວາມຊົມເຊີຍອັນອົບອຸ່ນ ແລະ
ອວຍພອນໄຊອັນປະເສີດເຖິງ
ພະນະທ່ານ ລາສະໂລ ໂຊລີໂອມ,
ປະທານາທິບໍດີ ແຫ່ງ ສ. ຮົງກາລີ
ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນຮົງກາລີທຸກຖ້ວນຫນ້າ,
ເນື່ອງໃນໂອກາດວັນຊາດປະ
ເທດດັ່ງກ່າວ
ພ້ອມທັງສະແດງຄວາມຫວັງວ່າມູນເຊື້ອແຫ່ງສາຍພົວພັນມິດຕະພາບ
ແລະ ການຮ່ວມມືລະຫວ່າງ
ສປປ ລາວ ແລະ ສ. ຮົງກາລີ
ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ
ແລະ ເພື່ອ
ສັນຕິພາບໂລກ.
ພະນະທ່ານ ບົວສອນ ບຸບຜາວັນ,
ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ,
ຮອງນາຍົກ
ລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດກໍ່ໄດ້ສະແດງຄວາມຊົມເຊີຍເຖິງຄູ່ຮ່ວມຕຳແຫນ່ງທີ່
ສ. ຮົງກາລີ
ຕາມລຳດັບເຊັ່ນດຽວກັນ.