|
|
|
ລັດຖະບານ ສ.ເກົາຫລີ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ ສປປ ລາວ ວັນທີ 20 ຕຸລາ 2008, ຢູ່ທີ່ກະຊວງການຕ່າງປະເທດ ໄດ້ມີການຈັດພິທີມອບ-ຮັບເຄື່ອງຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໂດຍແມ່ນ ທ່ານ ປາກ ແຢຮູນ, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ປະຈຳລາວ ຕາງຫນ້າໃຫ້ລັດຖະບານ ສ.ເກົາຫລີ ເປັນຜູ້ມອບ ແລະ ຕາງຫນ້າໃຫ້ລັດຖະບານ ສປປ ລາວ ແມ່ນທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດເປັນຜູ້ຮັບ. ເຄື່ອງທີ່ລັດຖະບານ ສ.ເກົາຫລີ ໃຫ້ການຊ່ວຍເຫລືອໃນຄັ້ງນີ້ປະກອບມີ: ຢາປົວພະຍາດ ແລະ ເຄື່ອງອຸປະກອນການແພດ ເຊິ່ງຄິດເປັນມູນຄ່າທັງຫມົດປະມານ 500.000 ໂດລາສະຫະລັດ, ການໃຫ້ການຊ່ວຍເຫລືອຄັ້ງນີ້ແມ່ນເປັນຄັ້ງທີ 2 ເຊິ່ງໃນໄລຍະຜ່ານມາ ລັດຖະບານ ສ.ເກົາຫລີ ກໍ່ໄດ້ໃຫ້ການຊ່ວຍເຫລືອສຸກເສີນເປັນເງິນສົດ ເພື່ອແກ້ໄຂບັນຫາໄພນໍ້າຖ້ວມຢູ່ ສປປ ລາວ ມູນຄ່າຈຳນວນ 30.000 ໂດລາສະຫະລັດ. ໃນໂອກາດມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ, ພະນະທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ແລະ ຈະມອບເຄື່ອງຊ່ວຍເຫລືອດັ່ງກ່າວໃຫ້ແກ່ຄະນະກຳມະການຕ້ານໄພພິບັດແຫ່ງຊາດ, ໂດຍພາຍໃຕ້ຄວາມຮັບຜິດຊອບຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມທີ່ເກີດຂຶ້ນໃນກາງເດືອນສິງຫາ 2008 ທີ່ຜ່ານມາ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |