|
|
|
ທ່ານນາຍົກລັດຖະມົນຕີ
ຕ້ອນຮັບທູດ
ໃນໂອກາດດັ່ງກ່າວ,ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ປະຕິບັດ ຫນ້າທີ່ ການທູດຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ ເຊິ່ງທ່ານທູດໄດ້ປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນການເພີ່ມທະວີການ ພົວພັນຮ່ວມມືທີ່ດີລະຫວ່າງ ລາວ ແລະ ສະຫະພາບເອີຣົບ ຢ່າງມີປະສິດທິຜົນ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ກ່າວອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນ ປະເທດດ້ວຍຄວາມສະຫວັດດີພາບ ແລະ ຈົ່ງປະສົບຄວາມສຳເລັດໃນຫນ້າທີ່ໃຫມ່ຂອງທ່ານ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |