ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ທ່ານສົມສະຫວາດ ເລັ່ງສະຫວັດຕ້ອນຮັບຄະນະຜູ້ແທນສາສະຫນາສະຖາບັນເພື່ອການຮ່ວມມືສາກົນອາເມລິກາ
ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສາສະຫນາສະຖາບັນ ເພື່ອການຮ່ວມມືສາກົນອາເມລິກາ ຊຶ່ງນຳໂດຍທ່ານ ໂຣເບີດ ໄຊເປີນ, ອະດີດທູດພິເສດ ຮັບຜິດຊອບສາສະຫນາຂອງສະຖາບັນເພື່ອການຮ່ວມມືສາກົນອາເມລິກາ ໃນວັນທີ 20 ຕຸລາ 2008, ທີ່ສຳນັກງານນາຍົກລັດຖະມົນຕີ ເນື່ອງໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-21 ຕຸລາ 2008 ນີ້.

ໃນໂອກາດນີ້, ທ່ານຜູ້ປະຈຳການລັດຖະບານ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມລາວຂອງຄະນະຜູ້ແທນດັ່ງກ່າວ ພ້ອມທັງອວຍພອນ ໃຫ້ຄະນະຜູ້ແທນຈົ່ງສືບຕໍ່ຢ້ຽມຢາມ ລາວ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຂະນະດຽວກັນທ່ານ ໂຣເບີດ ໄຊເປີນ ໄດ້ແຈ້ງຈຸດປະສົງໃຫ້ທ່ານຮອງນາຍົກຊາບ, ໃນການມາຢ້ຽມຢາມ ສປປ ລາວ ໃນເທື່ອນີ້ ແມ່ນເພື່ອພົບປະກັບເຈົ້າຫນ້າທີ່ໆກ່ຽວຂ້ອງ ແລະ ການນຳຂອງຝ່າຍລາວຈຳນວນຫນຶ່ງ ເພື່ອປຶກສາຫາລືຊົນເຜົ່າ ແລະ ການເຊື່ອຖືສາສະຫນາຢູ່ ສປປ ລາວ ພ້ອມດ້ວຍການຂໍຊາບຄຳຕອບຈາກຝ່າຍລາວ ກ່ຽວກັບ ສະຖາບັນເພື່ອການຮ່ວມມືສາກົນຂອງສະຫະລັດອາເມລິກາ ສະເຫນີໃຫ້ຝ່າຍລາວ ເປັນເຈົ້າພາບຈັດກອງປະຊຸມສາກົນຄັ້ງທີ III ກ່ຽວກັບສາສະຫນາ ແລະ ກົດຫມາຍໃນຕົ້ນປີ 2009.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la