ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ລາວແລະ ຍີ່ປຸ່ນ ຢືນຢັນຈະເພີ່ມທະວີການຮ່ວມມື

ໃນວັນທີ 20 ພຶດສະພາ 2009, ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງ ໄປເຖິງ ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ ​​ເພື່ອເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 15 ວ່າດ້ວຍອະນາຄົດອາຊີ ຕາມຄຳເຊີນຂອງ ສຳນັກງານໜັງສືພິມ Nikei, ທີ່ຈັດຂຶ້ນໃນວັນທີ 21-22 ພຶດສະພາ 2009 ນີ້.

ໃນການເຄື່ອນໄຫວຮ່ວມກອງປະຊຸມດັ່ງກ່າວ, ພະນະທ່ານ ບົວສອນ ບຸບຜາວັນໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາໂຊະ ຕາໂຣ, ນາຍົກລັດຖະມົນຕີຍີ່ປຸ່ນ ຢູ່ ທຳນຽບລັດຖະບານ. ການພົບປະດັ່ງກ່າວ, ພະນະທ່ານນາຍົກລັດຖະມົນຕີລາວແລະ ຍີ່ປຸ່ນໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນການຮ່ວມມືລະຫວ່າງອງປະເທດໃນໄລຍະຜ່ານມາເປັນຕົ້ນແມ່ນການໄປມາຫາສູ່ແລກປ່ຽນການຢ້ຽມຢາມເຊິ່ງ ກັນແລະກັນຂອງຄະນະຜູ້ແທນຂັ້ນສູງແລະ ຂັ້ນວິຊາການຂອງສອງຝ່າຍ.

ໃນການພົບປະຄັ້ງນີ້, ພະນະທ່ານ ອາໂຊະ ຕາໂຣໄດ້ແຈ້ງຄຳເຊື້ອເຊີນຂອງລັດຖະບານຍີ່ປຸ່ນ ຕໍ່ພະນະທ່ານ ຈູມມາລີໄຊຍະສອນ, ປະທາປະເທດແຫ່ງ ສປປ ລາວ ​​ເພື່ອຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການໃນຕົ້ນປີ 2010 ​​ເນື່ອງໃນໂອກາດຄົບຮອບ 55 ປີແຫ່ງການ ສ້າງສາຍພົວພັນການທູດຮ່ວມກັນ, ພ້ອມນັ້ນກໍ່ໄດ້ປະກາດແຜນການຊ່ວຍເຫລືອລາວໃນຕໍ່ໜ້າ ກ່ຽວກັບບາງໂຄງການເພື່ອແກ້ໄຂຜົນກະທົບ ຈາກວິກິດການທາງດ້ານການເງິນແລະເສດຖະກິດຂອງ​​ໂລກ.

ພະນະທ່ານ ບົວສອນ ບຸບຜາວັນໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນແລະ ຈະລາຍງານຕໍ່ພະທ່ານປະທານປະເທດຊາບແລະ ພິຈາລະນາໃຫ້ຄຳຕອບໃນໄວໆນີ້. ​ໃນໂອກາດນີ້, ຝ່າຍລາວ ຍັງ​​ໄດ້ສະເໜີບາງໂຄງການບູລິມະສິດ ຕໍ່ຝ່າຍຍີ່ປຸ່ນເພື່ອການພັດທະນາ ​​ເສດຖະກິດ-ສັງຄົມແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ, ຊຶ່ງໄດ້ຮັບຄຳເຫັນວ່າຈະມີການພິຈາລະນາໃນທາງບວກ.

ຝ່າຍຍີ່ປຸ່ນໄດ້ຖະແຫລງວ່າ ຍິນດີທີ່ຈະສະໜັບສະໜູນຊຸກຍູ້ນັກທຸລະກິດຍີ່ປຸ່ນໃຫ້ມາລົງທຶນຢູ່ລາວຫລາຍຂຶ້ນ, ​ໂດຍທີ່ຝ່າຍລາວຮັບວ່າ ຈະປັບປຸງສະພາບແວດລ້ອມໃຫ້ດີ ພ້ອມທັງຈະປະຕິບັດຕາມກົນໄກການພົບປະ ລະຫວ່າງ ພາກເອກະຊົນຍີ່ປຸ່ນກັບລັດຖະບານ​​ໃຫ້ເປັນ ປົກກະຕິ, ​ແນໃສ່ແກ້ໄຂຂໍ້ສະເໜີຕ່າງໆຮ່ວມກັນແລະ ສອງຝ່າຍເຫັນພ້ອມຈະຈັດກອງປະຊຸມວິຊາການລະຫວ່າງພາກລັດຂອງລາວແລະ ຍີ່ປຸ່ນ ຄັ້ງທີ 3 ​ໃນທ້າຍປີ 2009 ນີ້.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la