ສະຫລອງຄົບຮອບ 20 ປີ ການສ້າງຕັ້ງຄູ່ຮ່ວມເຈລະຈາ ອາຊຽນ-ສ.ເກົາຫລີ
ບັນດາປະເທດສະມາຊິກອາຊຽນ ໄດ້ຮັດແໜ້ນການພົວພັນຮ່ວມມືກັບປະເທດຄູ່ເຈລະຈາ ເພື່ອແນໃສ່ຊຸກຍູ້ສົ່ງເສີມດ້ານການພັດທະນາ ແລະ ເພີ່ມບົດບາດສະມາຄົມອາຊຽນຕໍ່ ປະຊາຄົມສາກົນ. ໃນວັນທີ 20 ພຶດສະພາ 2009, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ. ທ່ານ ປາກແຈຮຸນ, ເອກອັກຄະລັດຖະທູດຂອງ ສ.ເກົາຫລີ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງສະຫລອງກອງປະຊຸມສຸດຍອດອາຊຽນ-ສ.ເກົາລີ 2009 ທີ່ຈະຈັດຂຶ້ນທີ່ເກາະເຈຈູ, ໃນວັນທີ່ 1-2 ມິຖຸນາ 2009 ນີ້ ພາຍໃຕ້ຄຳຂວັນທີ່ວ່າ “ຄວາມສຳພັນທີ່ເປັນຈິງ, ມິດຕະພາບ ເພື່ອຄວາມດີ”.
ເປັນກຽດເຂົ້າຮ່ວມພິທີຄັ້ງນີ້ໂດຍທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ; ມີບັນດາທ່ານລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການ, ບັນດາທູດຂອງປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ ຢ່າງພ້ອມພຽງ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la