ກະຊວງການຕ່າງປະເທດຈັດຕັ້ງເຊື່ອມຊຶມມະຕິ 6 ສະໄໝທີ VIII
ກະຊວງການຕ່າງປະເທດໄດ້ຈັດຕັ້ງປາຖະກະຖາເຊື່ອມຊຶມມະຕິ 6 ສະໄໝທີ
VIII ໃຫ້ແກ່ພະນັກງານຫລັກແຫລ່ງ, ສະມາຊິກພັກ ແລະ
ລັດຖະກອນອ້ອມຂ້າງກະຊວງການຕ່າງປະເທດ ໃນຕອນເຊົ້າຂອງວັນທີ 21
ສິງຫາ 2008, ທີ່ນະຄອນຫລວງວຽງຈັນ. ໂດຍການໃຫ້ກຽດຂຶ້ນປາຖະກະຖາຂອງທ່ານ
ດຣ. ພັນດວງຈິດ ວົງສາ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
ໃນການປາຖະກະຖາເຊື່ອມຊຶມມະຕິ 6 ສະໄໝທີ VIII
ຄັ້ງນີ້ແມ່ນເພື່ອເຮັດໃຫ້ພະນັກງານ, ລັດຖະກອນອ້ອມຂ້າງ
ກະຊວງການຕ່າງປະເທດຮູ້ ແລະ ເຂົ້າໃຈຕໍ່ຜົນສຳເລັດ ແລະ
ຈຸດຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ຮອບດ້ານໃນ 1 ປີຜ່ານມາ
ແລະ ທິດທາງແຜນການໃນຕໍ່ໜ້າໂດຍສະເພາະແມ່ນທິດທາງວຽກງານແຜນການ
ພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃນສົກປີ
2008-2009, ເຫັນໄດ້ດ້ານຕັ້ງໜ້າ ແລະ
ດ້ານຫຍໍ້ທໍ້ຂອງແຕ່ລະຂົງເຂດວຽກງານ, ພ້ອມນີ້ກໍ່
ຕ້ອງອອກແຮງແຂ່ງຂັນກັນເສີມຂະຫຍາຍຈຸດດີດ້ານຕັ້ງໜ້າ ແລະ
ສູ້ຊົນດັດແປງແກ້ໄຂຈຸດອ່ອນດ້ານຫຍໍ້ທໍ້ໃຫ້ໝົດໄປ,
ພະນັກງານລັດຖະກອນຕ້ອງມີຄວາມເຊື່ອໝັ້ນຕໍ່ການນຳພາຂອງ ພັກ,
ຕັດສິນໃນສູ້ຊົນປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງລັດໃຫ້ປະກົດເປັນຈິງ.
ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ,
ລັດຖະກອນເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນເຊື່ອມຊຶມ ແລະ
ກຳໄດ້ບັນດາເນື້ອໃນ
ຈິດໃຈຂອງມະຕິດັ່ງກ່າວໃຫ້ນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ.