ສອງສະຖາບັນຕ່າງປະເທດລາວ-ອິນໂດເນເຊຍຮັດແໜ້ນການຮ່ວມມື
ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມືລາວ-ອິນໂດເນເຊຍກໍ່ຄືບົດບັນທຶກກອງປະຊຸມຄະນະກຳມາທິການ
ຮ່ວມລາວ-ອິນໂດເນເຊຍຄັ້ງທີ
2
ໃນວັນທີ
17
ທັນວາ
2007,
ທີ່ລົງນາມໂດຍທ່ານ ດຣ.
ທອງລຸນ ສີສຸລິດ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ທ່ານ
Dr. N Hassan WIRAJUDA,
ລັດຖະມົນຕີວ່າການກະຊວງການຕ່າງປະເທດອິນໂດເນເຊຍ
ທີ່ນະຄອນຫລວງວຽງຈັນ,
ໃນຕອນເຊົ້າຂອງວັນທີ
21
ສິງຫາ
2008,
ຢູ່ທີ່ສະຖາບັນການຕ່າງປະເທດ.
ຄະນະຜູ້ແທນຂອງສະຖາບັນການຕ່າງປະເທດ,
ກະຊວງການຕ່າງປະເທດ
ສປປ ລາວ ແລະ ຄະນະຜູ້ແທນຫ້ອງການວິເຄາະນະໂຍບາຍ
ແລະ ການພັດທະນາ ແລະ ຄະນະຜູ້ແທນຈາກສູນການສຶກສາຝຶກອົບຮົມຂອງກະຊວງການຕ່າງປະເທດອິນໂດເນເຊຍໄດ້ຮ່ວມພົບປະແລກປ່ຽນບົດຮຽນຊຶ່ງກັນ
ແລະ ກັນຊຶ່ງ.
ຄະນະຜູ້ແທນດັ່ງກ່າວ ນຳໂດຍທ່ານ ນາງ
Artauli Ratna Menara Panggabean Tobing ,ຫົວໜ້າຫ້ອງການວິເຄາະນະໂຍບາຍ
ແລະ ການພັດທະນາ ແລະ ທ່ານ
Jonny Sinaga,
ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມກະຊວງການຕ່າງປະເທດອິນໂດເນເຊຍໄດ້ເດີນທາງມາເຮັດວຽກຮ່ວມກັບສະຖາບັນການຕ່າງປະເທດຂອງ
ລາວແຕ່ວັນທີ
20-22
ສິງຫາ
2008.
ທັງສອງຝ່າຍລາວ ແລະ ອິນໂດເນເຊຍໄດ້ແລກປ່ຽນບົດຮຽນດ້ານວຽກງານການຄົ້ນຄ້ວາກ່ຽວກັບພາກພື້ນ
ແລະ ສາກົນ,
ການວາງນະໂຍບາຍຕ່າງປະເທດຂອງແຕ່ລະຝ່າຍ.
ນອກນັ້ນ,
ຍັງໄດ້ຖອດຖອນບົດຮຽນນຳກັນດ້ານການສິດສອນ
ແລະ ຝຶກອົບຮົມນັກການທູດທີ່ໝຸ່ມນ້ອຍ
ແລະ ການຮ່ວມມືດ້ານຕ່າງໆ.
ໃນໂອກາດນີ້,
ທັງສອງຝ່າຍໄດ້ຕົກລົງລົງນາມໃນບົດບັນທຶກຄວາມເຂົ້າໃຈ
(MOU)
ນຳກັນ ຊຶ່ງຕາງໜ້າໃຫ້ສະຖາບັນ
ການຕ່າງປະເທດຂອງລາວແມ່ນທ່ານນາງ
ມາໄລວຽງ ສາກົນນິຍົມ,
ວ່າການຫົວໜ້າສະຖາບັນການຕ່າງປະເທດ;
ຝ່າຍອິນໂດເນເຊຍ ທ່ານນາງ
Artauli Ratna Menara Panggabean Tobing,
ຫົວໜ້າຫ້ອງການວິເຄາະນະໂຍບາຍ ແລະ ການພັດທະນາ ແລະ ທ່ານ
Jonny Sinaga
ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມກະຊວງການຕ່າງ
ປະເທດອິນໂດຍເນເຊຍ.
ໃນວັນດຽວກັນນີ້
ກໍ່ໄດ້ຈັດຕັ້ງປາຖະກະຖາໃນຫົວຂໍ້
“ທັດສະນະຂອງອິນໂດເນເຊຍກ່ຽວກັບປະຊາຄົມອາຊີຕາເວັນອອກ”
ບັນລະຍາຍໂດຍທ່ານນາງ
Artauli Ratna Menara Panggabean Tobing
ແລະ
“ປະສົບການໃນການ
ຝຶກອົບຮົມ
ນັກການທູດຂອງອິນໂດເນເຊຍ”
ບັນຍາຍໂດຍທ່ານ
Jonny Sinaga.
ທັງນີ້ກໍ່ເພື່ອເຜີຍແຜ່ນະໂຍບາຍການຕ່າງປະເທດ
ຂອງອິນໂດເນເຊຍໄລຍະໃໝ່ ໃນການເຊື່ອມໂຍງຕໍ່ປະຊາຄົມອາຊີຕາເວັນອອກ
ແລະ ປະສົບການໃນການສ້າງພະນັກງານ
ນັກການທູດຂອງອິນໂດເນເຊຍ
ຊຶ່ງມີຜູ້ເຂົ້າຮັບຟັງຈາກກະຊວງການຕ່າງປະເທດ,
ຄະນະພົວພັນຕ່າງປະເທດສູນກາງພັກ,
ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດພາກວິຊາພົວພັນຕ່າງປະເທດມະຫາວິທະຍາໄລແຫ່ງຊາດ
ແລະ ຈາກກະຊວງ ແລະ ຂະແໜງການຕ່າງໆອ້ອມຂ້າງປະມານ
100
ກວ່າຄົນ.