ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື


ທ່ານ ນາຍົກລັດຖະມົນຕີ ສປປ ລາວ ຕ້ອນຮັບທ່ານທູດ ບຣູໄນເຂົ້າຢ້ຽມອຳລາ

ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ H.E.Mr.Johan Thanl Biji Haji Addullah,​ ເອກອັກຄະລັດຖະທູດ ບຣູໄນ ດາຣູຊາລາມ ປະຈຳ ສປປ ລາວ ໃນຕອນແລງຂອງວັນທີ 19 ມີຖຸນາ 2009 ທີ່ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນໃນໂອກາດທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານທູດ ບຣູໄນ ໃນ​​ໄລຍະດຳລົງຕຳແໜ່ ເປັນທູດປະຈຳ ສປປ ລາວ. ​ສປປ ລາວແລະ ບຣູໄນດາຣູຊາລາມໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 23 ກໍລະກົດ 1993, ນັບແຕ່ນັ້ນມາ ສປປ ລາວແລະ ບຣູໄນດາຣູຊາລາມໄດ້ມີການແລກປ່ຽນ ການຢ້ຽມຢາມຄະນະ ຜູ້ແທນຂັ້ນສູງຂອງທັງສອງ ຝ່າຍເປັນປະຈຳແລະໃນໂອກາດທີ່ ສປປ ລາວເປັນເຈົ້າພາບຈັດງານມະຫະກຳກິລາຊີເກ ຄັ້ງທີ່ 25 ປີ 2009ນີ້ ທ່ານທູດກໍ່ໄດ້ ແຈ້ງໃຫ້ຊາບວ່າ: ລັດຖະບານ ບຣູໄນຕົກລົງເຫັນດີອະນຸມັດເງີນຊ່ວຍເຫຼືອຂອງ ກະສັດ ຊູຕານ ມູນຄ່າ 1,7 ລ້ານໂດລາສະຫະລັດສຳລັບການສ້າງສະ ໜາມກິລາໃນຮົ່ມຄົບວົງຈອນ ເພື່ອຮັບໃຊ້ຊີເກ ຄັ້ງທີ່ 25 ທີ່ຈະມາເຖິງນີ້.

ໃນໂອກາດດຽວກັນນີ້ ທ່ານທູດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la