|
|
ທ່ານນາຍົກລັດຖະມົນຕີ, ສປປ ລາວ ໄດ້ເປັນກຽດເຂົ້າຮ່ວມເປີດກອງປະຊຸມ ຢາງພາລາ ອາຊຽນ ຄັ້ງທີ່ 5
ກອງປະຊຸມຢາງພາລາ ອາຊຽນ ຄັ້ງທີ່ 5 ປີ 2009 ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນເປັນຄັ້ງທຳອິດ ໃນວັນທີ 19 ມີຖຸນາ 2009 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ແລະ ມີຄະນະຜູ້ແທນວິຊາການ, ນັກລົງທຶນ, ສະມາຄົມຜະລິດຢາງພາລາໃນ ພາກພື້ນ ແລະ ສາກົນເຂົ້າຮ່ວມຢ່າງພ້ອມພຽງກັນ.
ໃນບົດຄຳເຫັນກ່າວເປີດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ໄດ້ຊີ້ໃຫ້ເຫັນວ່າ: ກອງປະຊຸມຢາງພາລາອາຊຽນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ກາຍເປັນເວທີ ທີ່ມີຄຸນຄ່າຂອງຜູ້ຊ່ຽວຊານ ແລະ ນັກທຸລະກິດຢາງຈາກທຳມະຊາດ, ເພື່ອຄົ້ນຄ້ວາປຶກສາ ຫາລືແລກປ່ຽນບົດຮຽນກ່ຽວກັບການພັດທະນະ ອຸດສະຫະກຳຢາງພາລາອັນໃໝ່ໆ ແລະ ທັນສະພາບໃນແຕ່ລະໄລຍະ. ໃນຂະນະດຽວ ກັນນັ້ນ ທ່ານ ນາຍົກລາວເຮົາກໍ່ໄດ້ຕາງໜ້າລັດຖະບານ ສປປ ລາວ ສະແດງຄວາມຊົມເຊີຍທຸກພາກສ່ວນ ທີ່ ໄດ້ພະຍາຍາມມາເຂົ້າ ຮ່ວມກອງປະຊຸມໃນຄັ້ງນີ້ ພາຍໃຕ້ຫົວຂໍ້ “ຍຸດທະສາດດ້ານເຕັກໂນໂລຊີ, ນະວັດຕະກຳ ແລະ ກົນໄກຫັນໄປສູ່ຕະຫຼາດ ເປັນກຸນແຈ ສູ່ການພັດທະນາອຸດສະຫະກຳຢາງ ຈາກທຳມະຊາດ ກ້າວສູ່ລະດັບໂລກ.”
ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ, ເຊິ່ງຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນ, ປືກສາຫາລື ກ່ຽວກັບ ການປູກຢາງພາລາຢູ່ໃນຂົງເຂດອາຊີ ແນໃສ່ຊອກຫາວິທີການສະໜັບສະໜູນ ຊ່ວຍເຫືອເຊິ່ງກັນແລະກັນ ເພື່ອເຮັດໃຫ້ສາມາດຜະລິດ ແລະ ຕອບສະໜອງວັດຖຸດິບໃຫ້ໄດ້ມາດຕະຖານ ແລະ ໄດ້ຕາມຄວາມຕ້ອງການຂອງຕະຫຼາດໃນພາກພື້ນ ແລະ ສາກົນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la