ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ການ​ພົວ​ພັນ​ເສດ​ຖະ​ກິດ ລາວ-​ລັດ​ເຊຍ​ໄດ້​ຮັບ​ການຟື້ນ​ຟູ​ ແລະ ມີ​ບັນ​ຍາ​ກາດ​ໃໝ່

    ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຂ​ອງ ສ​ປ​ປ ລາວ ນຳ​ໂດຍ ທ່ານ ດ​ຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ-​ການ​ຄ້າ ແລະ ວິ​ທະ​ຍາ​ສາດ-​ເຕັກ​ນິກ ລາວ-​ລັດ​ເຊຍ ໄດ້​​ທຳ​ການ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມຂອງ ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື​ດັ່ງ​ກ່າວ ຄັ້ງ​ທີ່ VII ທີ່​ນະ​ຄອນ​ຫລວງ​ມົດ​ສະ​ກູ ໃນ​ລະ​ຫວ່າງວັນ​ທີ 18-​19 ມິ​ຖຸ​ນາ 2009. ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຝ່າຍ​ລາວນຳ​ໂດຍ ທ່ານ ດ​ຣ. ທອງ​ລຸນ ​ສີ​ສຸ​ລິດ ແລະ ຝ່າຍ​ລັດ​ເຊຍນຳ​ໂດຍ​ທ່ານ ວະ​ລາ​ດີ​ເມັຍ ເລ​ໂອ​ນີ​ເດ​ວິດ​ ໂຊ​ໂກ​ລິນ, ປະ​ທານ​ສະ​ຫະ​ພັນ​ສະ​ຖິ​ຕິ​ແຫ່ງ​ລັດ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມມື​ຝ່າຍ​ລັດ​ເຊຍ, ​ໃນ​ກອງ​ປະຊຸມ​ສອງຝ່າຍໄດ້​ມີ​ການ​ແຈ້ງ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ​ຂອງ​ແຕ່​ລະ​ປະ​ເທດໃຫ້​ກັນ​ຊາບ​ ​ແລະ ​ສັງ​ເກດ​ຕີ​ລາ​ຄາການ​ຮ່ວມ​ມື​ສອງ​ຝ່າຍ​​ໃນໄລ​ຍະທີ່​ຜ່ານ​ມານັບ​ແຕ່ກອງ​ປະ​ຊຸມ​ຂອງ​ຄະ​ນະກຳ​ ມາ​ທິ​ການ​ຮ່ວມ​ມື ຄັ້ງ​ທີ່ VI ເປັນ​ຕົ້ນ​ມາ, ຊຶ່ງ​ໃນ​ນັ້ນ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ວ່າ: ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ-​ການ​ຄ້າ ລະ​ ຫວ່າງ​ສອງ​ປະ​ເທດໄດ້​ຮັບ​ການ​ຟື້ນ​ຟູ​ເປັນ​ລຳ​ດັບ ແລະ ມີ​ບັນ​ຍາ​ກາດ​ອັນ​ໃໝ່, ມີ​ການ​ຂະ​ຫຍ​າຍ​ຕົວ​ດ້ວຍ​​ໃນຈັງ​ຫວະທີ່​ດີ​ສົມ​ຄວນ, ​ເຖິງ​ວ່າ​ດ້ານ​ປະ​ລິ​ມານ ​ຍັງ​ບໍ່​ທັນສົມ​ດູ​ນກັບ​ຄວາມ​ອາດ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ໄລ​ຍະ 4 ເດືອນ​ຕົ້ນ​ປີ 2009 ການ​ແລກ​ ປ່ຽນ​ສິນ​ຄ້າ​ສອງ​ຝ່າຍ​ມີ ມູນ​ຄ່າ 3,8 ລ້ານ​ໂດ​ລາສະຫະລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ຂອງ​ປີ​ກ່ອນ ​ແມ່ນເພີ່ມ​ຂຶ້ນ 483,4%. ​ໃນດ້ານ ການລົງ​ທຶນ, ລັດ​ເຊຍ​ ຖຶກຈັດ​ຢູ່​ໃນ​ອັນ​ດັບທີ່ 13 ຂອງ​ການ​ລົງທຶນ​ຕ່າງ​ປະ​ເທດ​ຢູ່​ລາວ. ໃນ​ໄຕ​ມາດ​ທີ I ຂອງ​ປີ​ນີ້ ການ​ລົງທຶນ​ຂອງ ລັດ​ເຊຍ ​ຢູ່​ລາວ​ມີ 12 ໂຄງ​ການລວມມູນ​ຄ່າທັງ​ໝົດ 52 ລ້ານ​ໂດ​ລາສະຫະລັດ ໂດຍ​ເລັ່ງ​ໃສ່​ຂົງ​ເຂດ​ບໍ່​ແຮ່, ພະ​ລັງ​ງານ​ໄຟ​ຟ້າ, ການ​ບໍ​ລິ​ການ, ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ.

     ການ​ຮ່ວມ​ມື​ດ້ານ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ທະ​ຫານ ແລະ ອື່ນໆ ກໍ່ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຂຶ້ນ​ເປັນ​ລຳ​ດັບ. ພ້ອມ​ກັນນີ້, ທັງ​ສອງ​ຝ່າຍຍັງ​ໄດ້ປຶກສາ​ກັນ​ ​ເພື່ອ​ຮ່ວມ​ກັນຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂບັນ​ຫາ​ທາງ​ການ​ຄ້າ​ນຳ​ກັນ ແລະ ເຫັນ​ວ່າ​ບັນ​ຫາ​ຄ້າງ​ຄາ​ເຫລົ່າ​ ນີ້​, ກໍ່ໄດ້​ຮັບ​ການ​ແກ້​ໄຂທາງ​ດ້ານ​ຫລັກ​ການ​ແລ້ວ ຊຶ່ງ​ເປັນ​ທີ່​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ທັງ​ສອງ​ຝ່າຍ. ໃນ​ໄລຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມດັ່ງກ່າວ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ດຣ. ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ພົບ​ປະ​ກັບ​ທ່ານ ອາ​ເລັກ​ຊັນ​ເດີ ກູດ​ຣິນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ທ່ານ ເຊ​ຣ​ເກ​ລາ​ວະ​ລົບ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ, ຊຶ່ງ​ໃນ​ນັ້ນ​ທັງ ​ສອງ​ຝ່າຍໄດ້​​ຕີ​ລາ​ຄາ​ສູງ​ໝາກຜົນ​ຂອງ​ການ​ຮ່ວມ​ມື ​ແລະ ​ການ​ສ​ະ​ໜັບ​ສະ​ໜູນ​ ເຊິ່ງ​ກັນ ແລະ ກັນ​ ຕະ​ຫລອດມາ​ໃນ​ເວ​ທີພາກ​ພື້ນ ແລະ ສາ​ກົນ. ຫວ່າງ​ບໍ່​ດົນ​ມານີ້, ສ​ປ​ປ ລາວ ກໍ່ໄດ້​ສະ​ໜັບ​ສະ​ໜູນ​ ລັດ​ເຊຍ ທີ່​ສະໝັກເຂົ້າເປັນ​ສະ​ມາ​ຊິກ​ອາ​ເຊັມ. ນອກ​ຈາກນີ້, ສ​ປ​ປ ລາວ ຍັງໄດ້ຕີ​ລາຄາ​ສູງ​​ການ​ປະ​ກອບ​ສ່ວນ​ຫ້າວ​ຫັນ​ຂອງ​ ລັດ​ເຊຍ ​ໃນການ​ສົ່ງ​ເສີມ​ການ​ຮ່ວມ​ມື​ກັບ​ອາ​ຊ​ຽນ.

    ພ້ອມ​ດຽວ​ກັນ​ນີ້, ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດລັດ​ເຊຍ, ກໍ່ຢືນ​ຢັນ​ທີ່​ຈະ​ຊຸກ​ຍູ້​ໃຫ້​ນັກ​ລົງ​ ທຶນ​ລັດ​ເຊຍ ​ເຂົ້າມາ​ລົງ​ທຶນ​ຢູ່​ ສປປ ລາວ​ຫລາຍ​ຂຶ້ນຕຶ່ມ.

    ກອງ​ປະຊຸມ​ຄະນະ​ກຳ​ມະ​ທິການ​ຮ່ວມ​ມື​ລາວ - ລັດ​ເຊຍ ຄັ້ງ​ນີ້ ​ໄດ້​ດຳ​ເນີ​ນໄປ​ດ້ວຍ​ຜົນສຳ​ເລັດອັນ​ຈົບ ງາມ, ​ເຊິ່ງ​ໃນ​ນັ້ນປະ​ທານ ​ຮ່ວມທັງສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ, ​ແລະ​ຜູ້ຕາງ​ໜ້າ​ແຕ່​ລະ​ຝ່າຍຍັງ​ຮ່ວມ​ກັນ​ລົງ​ນາມ​ໃນ​ສັນ​ຍາ ເພື່ອ​ພັດ​ ທະ​ນາໂຄງ​ການໄຟ​ຟ້າ​ນ້ຳ​ຕົກ 1 ແຫ່ງ​ຢູ່​ພາກ​ໃຕ້​ຂອງ​ລາວ. ພິ​ເສດ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຍັງໄດ້​ຖື​ເອົາ​ໂອ​ກາດ​ນີ້ ພົບ​ປະ​ ກັບສະ​ມາ​ຄົມ​ມິດ​ຕະ​ພາບ​ລັດ​ເຊຍ-​ລາວ ອີກ​ດ້ວຍ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la