ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ທ່ານນາຍົກລັດຖະມົນຕີ ຕ້ອນຮັບ ຜູ້ແທນຂັ້ນສູງ ສ.ສ ຫວຽດນາມ

    ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງທ່ານ ເຈື່ອງ ວິງຈ໋ອງ, ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ແຫ່ງ ສສ ຫວຽດນາມ ໃນວັນທີ 20 ມິຖຸນາ 2009 ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດ ທີ່ທ່ານ ເດີນທາງມາ ຢ້ຽມ ຢາມ ແລະ ເຂົ້າຮ່ວມງານສະເຫຼີມສະຫລອງ ວັນສ້າງຕັ້ງທະນາຄານຮ່ວມທຸລກິດ ລາວ-ຫວຽດນາມ ຄົບຮອບ 10 ປີ. ​ໃນ​ການ​ໂອ້​ລົມ​ກັບ​ຄູ່​ສົນທະນາ, ທ່ານນາຍົກລັດຖະມົນຕີ ບົສອນ ບຸບຜາວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການ​ມາ​ຢ້ຽມຢາມ​ເຮັດ​ວຽກຂອງທ່ານ ຮອງນາ ຍົກລັດຖະມົນຕີ ຫວຽດນາມ ໃນຄັ້ງນີ້ ຊຶ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນ​ການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ກໍ່​ຄືການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ມີມູນເຊື້ອອັນ​ຍາວ​ນານນັ້ນ ໃຫ້ນັບມື້ນັບຂະຫຍາຍຕົວສູງຍິ່ງຂຶ້ນ. ພ້ອມກັນນີ້, ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງສປປ ລາວ ກໍ່ຍັງໄດ້ສະແດງ ຄວາຍ້ອງຍໍຊົມເຊີຍ ທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ທີ່ດຳເນີນການເຄື່ອນໄຫວທຸລະກິດ ​ແລະ ມີການເຕີບໃຫຍ່ຂະ ຫຍາຍຕົວ, ອັນສາມາດລະດົມທຶນ ເພື່ອຕອບສະໜອງແກ່ການລົງທຶນ ແລະ ການຄ້າຂອງສອງປະເທດ. ສອງຝ່າຍຕ່າງ​ກໍ່ສະ​ແດງ ​ຄວາມ​ເຊື່ອໝັ້ນວ່າ: ທະນາຄານດັ່ງກ່າວ ຈະສືບຕໍ່ຍົກສູງຖາ ນະທາງດ້ານເງິນຂອງ​ຕົນໃຫ້ດີຂຶ້ນກວ່າເກົ່າ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la