
ພະນະທ່ານປະທານປະເທດຕ້ອນຮັບ ຮອງປະທານປະເທດແຫ່ງ ສສ ຫວຽດນາມ
ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງພະນະທ່ານ ນາງ ຫງວຽນທິຢວານ, ຮອງປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມຄະນະ ເມື່ອ ວັນທີ 21 ເມສາ 2008 ນີ້, ທີ່ຫ້ອງຮັບແຂກສໍານັກງານປະທານປະເທດ (ຫໍຄໍາ) ໃນໂອກາດທີ່ ທ່ານຮອງປະທານ ປະເທດຫວຽດນາມ ແລະ ຄະນະເດີນທາງມາຢ້ຽມຢາມສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25/4/08 ນີ້.
ໃນໂອກາດພົບປະໂອ້ລົມ, ພະນະທ່ານປະທານປະເທດ ຈູມມາລີ ໄຊຍະສອນ ກໍ່ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ພະນະທ່ານຮອງ ປະທານປະເທດ ແລະ ຄະນະທີ່ເຄື່ອນໄຫວ ຢ້ຽມຢາມ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ສາຍພົວພັນພິເສດ ແລະ ການຮ່ວມມືຊ່ວຍ ເຫລືອຮອບດ້ານລະຫວ່າງ ສອງ ພັກ-ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ດີຂຶ້ນເລື້ອຍໆ. ພະນະ ທ່ານນາງ ຫງວຽນທິຢວານ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານປະທານ ປະເທດ ຈູມມາລີ ໄຊຍະສອນ. ພ້ອມດຽວກັນນີ້, ພະນະທ່ານຮອງປະທານປະເທດຫວຽດນາມ ກໍ່ໄດ້ແຈ້ງຜົນຂອງ ການພົບປະສອງຝ່າຍ ແລະ ການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ໃຫ້ພະນະທ່ານ ປະທານປະເທດ ໄດ້ ຮັບຊາບ.
_____________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la