ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ຜູ້ນຳ​ລາວ ສົ່ງ​ສານ​ອວຍພອນ​ວັນຊາດ ນອກ​ແວ

ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ສານ​ອວຍພອນ​ວັນຊາດ​ນອກ​ແວ ​ເຖິງ​ສົມ​ເດັດ ຮາຣານທິນີ V, ​ເຈົ້າ​ຊີວິດ​ແຫ່ງ ນອກ​ແວ ທີ່​ໂອສ​ໂລ ​ເຊິ່ງມິ​ເນື້ອ​ໃນ​ວ່າ: ​

ເນື່ອງ​ໃນ​ໂອກາດ​ວັນຊາດ​ແຫ່ງຣາຊະ​ອານາ​ຈັກ​ນອກ​ແວ, ​ໃນ​ນາມ​ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ມີ​ຄວາມປິ​ຕິ​ຍິນ​ດີ​ເປັນ​ ຢ່າງ​ຍິ່ງຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ພະ​ອົງ ​ແລະ ຜ່ານ​ພະ​ອົງ​ໄປ​ຍັງ​ປະຊາຊົນ​ນອກ​ແວ ຈົ່ງ​ມີ​ພາລາ​ນາ​ໄມ ​ສົມບູນ, ມີ​ຄວາມ​ຜາ​ສຸກ ​ແລະ ມີ​ຄວາມ​ວັດທະນາ​ຖາວອນ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ​ເຊິ່ງມີມາ​ຢ່າງ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ ຈະ​​ໄດ້​ ຮັບ​ການ​ສືບ​ຕໍ່​ຮັດ​ແໜ້ນ ​ແລະ ຂະຫຍາຍຕົວ​ຍິ່ງ​ຂຶ້ນ​ເພື່ອ​ຜົນ​ປະ​​ໂຫຍ​ດ ຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ​ແລະ ​ເພື່ອ​ການ​ຮ່ວມ​ມື​ສາກົນ.

​ໃນ​ໂອກາດ​ດຽວ​ກັນນີ້, ພະນະ​ທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ​ ​ແລະ ພະນະ​ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດແຫ່ງ ສປປ ລາວ ກໍ່​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ ພະນະ​ທ່ານ ​ເຈນ​ສ​ໂທນ​ເທັນ​ເບີກ, ນາຍົກລັດຖະມົນຕີ ​ແລະ ພະນະ​ທ່ານ ​ໂຈ​ນັສ ກາຣຊະຕຣໍ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດແຫ່ງ ຣາຊະ​ອານາ​ຈັກ​ນອກ​ແວ ຕາມ​ລຳດັບ​ເຊັ່ນ​ກັນ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la