ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຜູ້​ຊົງ​ຄຸນ​ວຸດ​ທິ ອາ​ຊຽນ-​ຍີ່​ປຸ່ນ​ຫາ​ລື​ຮ່ວມມື​ໃນອະ​ນາ​ຄົດ

ບັນ​ດາ​ຜູ້​ຊົງ​ຄຸນ​ວຸດ​ທິ ອາຊຽນ-​ຍີ່​ປຸ່ນ ​ໄດ້​ຮ່ວມ​ກັນ​ສືບ​ຕໍ່ພິ​ຈາ​ລະ​ນາ ແລະ ທົບ​ທວນ​ຄືນ​ການ​ຮ່ວມ​ມື ອາ​ຊຽນ-​ຍີ່​ປຸ່ນ ​ຕະ​ຫລອດ 30 ກວ່າ​ປີ​ທີ່​ຜ່ານ​ມາ ທັງ​ກຳ​ນົດ​ທິດ​ທາງ ແລະ ຂໍ້​ສະ​ເໜີແນະ ລວມ ​ເຖິງ​ບັນ​ດາ​ມາດ​ຕະ​ການ ​ທີ່​ລະ​ອຽດ​ໃຫ້​ແກ່​ການ​ຮ່ວມ​ມື​ອາ​ຊຽນ-​ຍີ່​ປຸ່ນ ​ໃນ​ອະ​ນາ​ຄົດ, ຊຶ່ງ​ຢູ່​ພາຍ​ໃຕ້​ ສະ​ພາບ​ແວດ​ລ້ອມ ແລະ ໄລ​ຍະ​ທີ່​ອາ​ຊຽນ​ກຳ​ລັງ​ເລັ່ງ​ລັດ​ການ​ ສ້າງ​ເປັນ​ປະ​ຊາ​ຄົມ ​ຂອງ​ຕົນ​ໃຫ້​ສຳ​ ເລັດ​ພາຍ​ໃນ​ປີ 2015 ແລະ ການ​ໄຂ​ສັງ​ກາດ​ໃໝ່​ ຂອງ​ການ​ພົວ​ພັນ​ອາ​ຊຽນ ພາຍ​ໃຕ້​ກົດບັດ​ ອາ​ຊຽນ ທີ່​ບັນ​ດາ​ຜູ້​ນຳ​ອາ​ຊຽນ​ໄດ ້​ຮັບ​ຮອງ​ເອົາ​ໃນ​ທ້າຍ​ປີ 2007.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຄັ້ງນີ້​ຂຶ້ນ ທີ່     ນະ​ຄອນ​ຫລວງວຽງ​ຈັນ ໃນ​ວັນ​ທີ 21 ມິ​ຖຸ​ນາ 2008, ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ທ່ານ ທົງ​ສະ​ຫວາດ ປ​ຣະ​ເສີດ, ຜູ້​ຊົງ​ຄຸນ​ວຸດ​ທິ​ລາວ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ ປະ​ຈຳ ສະ​ຫະ​ ລັດ​ອາ​ເມ​ລິ​ກາ ແລະ ທ່ານ ດ​ຣ ຕະ​ກະ​ຊິ ຊິ​ໄລ​ຊິ, ຜູ້​ຊົງ​ຄຸນ​ວຸດ​ທິ​ ຍີ່​ປຸ່ນ. ເພື່ອ​ໃຫ້ສອດຄ່ອງ​ກັບ​ ສະ​ພາບ​ແວດ​ລ້ອມ, ທ່າ​ອ່ຽງ​ໃໝ່​ໃນ​ໂລກ ແລະ ພາກ​ພື້ນ, ບັນ​ດາ​ມາດ​ຕະ​ການ ແລະ ຂໍ້​ສະ​ເໜີ ​ແນະຂອງ​ໜ່ວຍ​ງານ ຜູ້​ຊົງ​ຄຸນ​ວຸດ​ທິ​ອາ​ຊຽນ-​ຍີ່​ປຸ່ນ ຈະ​ຖືກ​ນຳ​ສະ​ເໜີ​ຕໍ່​ບັນ​ດາ​ຜູ້​ນຳ​ອາ​ຊຽນ​ ໃນ​ໂອ​ ກາດ​ຕໍ່​ໄປ, ຊຶ່ງ​ພາຍ​ຫລັງ​ຮັບ​ຮອງ​ແລ້ວ ຈະ​ໄດ້​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ ເພື່ອ​ການ​ຮ່ວມ​ມື​ທີ່​ໜັກ​ ແໜ້ນ, ຮອບ​ດ້ານ ແລະ ຕ່າງ​ຝ່າຍ​ຕາງ​ມີ​ຜົນ​ຜະ​ໂຫຍດ.

ນັບ​ແຕ່​ປີ 1973, ການ​ຮ່ວມ​ມື​ໄດ້​ຮັບ​ໝາກ​ຜົນນັບ​ມື້​ເພີ່ມ​ທະ​ວີ​ຂຶ້ນ ດ້ວ​ຍ​ທາງ​ເລິກ ແລະ ທາງ ກວ້າງ ຊຶ່ງກວມ​ເອົາ 3 ເສົາ​ຄ້ຳ​ຄື: ການ​ເມືອງ ແລະ ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ ​ນະ​ທຳ-​ສັງ​ຄົມ ອັນ​ໄດ້​ຮັດ​ແໜ້ນ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີ​ນວັດ​ທະ​ນາ​ໃນ ​ພາກ​ພື້ນ.

ຍີ່​ປຸ່ນ​ໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊ່ວຍ​ເຫລືອ ເພື່ອ​ຮັດ​ແຄບ​ຄວາມ​ແຕກ​ໂຕນ ແລະ ຫລຸດ​ຜ່ອນ ​ຄວາມ​ທຸກ​ຍາກ ໂດຍ​ຜ່ານ​ໂຄງ​ການ (IAI) ແລະ ແຜນ​ປະ​ຕິ​ບັດ​ງານ​ວຽງ​ຈັນ (VAP). ໜ່ວຍ​ງານ ​ຜູ່​ຊົງ​ຄຸນ​ວຸດ​ທິ ອາ​ຊຽນ-​ຍີ່​ປຸ່ນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ໃນ​ໂອ​ກາດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ-​ຍີ່​ປຸ່ນ ຄັ້ງ​ທີ 10 ທີ່​ປະ​ເທດ​ຟີ​ລິບ​ປິນ ໃນ​ຕົ້ນ​ປີ 2007 ຜ່ານ​ມາ.

_______________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la