ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຜົນ​ການເຄື່ອນໄຫວ​ຢ້ຽມຢາມ​ ສ. ​ເກົາຫລີ ຂອງ​ພະນະ​ທ່ານ​ນາຍົກລັດຖະມົນຕີ

ພະນະ​ທ່ານນາຍົກລັດຖະມົນຕີ​ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ສາທາລະນະ​ລັດ​ເກົາຫລີ ເປັນ ເວລາ 3 ວັນ ແຕ່​ວັນ​ທີ 18-20 ມິຖຸນາ 2008 ຕາມ​ຄຳ​ເຊີນ​ຂອງ​ພະນະ​ທ່ານ ຮັນ​ ​ເຊືອງ ຊູ, ນາຍົກລັດຖະ​ມົນຕີ​ແຫ່ງ ສາທາ​ລະ​ລັດ ​ເກົາຫລີ.

ໃນ​ໄລຍະ​ເວລາ​ເຄື່ອນ​ໄຫວ​ຢ້ຽມຢາມນັ້ນ, ພະນະ​ທ່ານ ນາຍົກລັດຖະມົນຕີ ບົວ​ສອນ ບຸບຜາ​ວັນ ​ໄດ້​ພົບ​ປະ​ໂອ້ລົມກັບ​ພະນະ​ທ່ານ ຣັນ ​ເຊືອງຊູ ,ນາຍົກລັດຖະມົນຕີ​ແຫ່ງ​ ສ.ເກົາຫລີ ​ແລະ ​ເຂົ້າ​ຢ້ຽມ​ຂ່ຳນັບ​ພະນະ​ທ່ານ ລີ ມຽງ​ບັກ, ປະທານາທິບໍດີ​ແຫ່ງ​ ສ.​ເກົາຫລີ. ໃນ​ການ​ພົບ​ປະນັ້ນ, ທັງ​ສອງ​ຝ່າຍ​ຕ່າງ​ກໍ່​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ນຳ​ກັນທັງ​ທາງ​​ເລິກ ​ແລະ ທາງ​ກວ້າງກ່ຽວ​ກັບ​ການ​ ພັດທະນາ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ ​ສອງ​ປະ​ເທດ​, ເຊິ່ງ​ແຕ່ລະ​ຝ່າຍ ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພ້ອມ​ທັງ​ໄດ້​ສະໜັບສະໜູນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຣຍ ຂອງ ​ສາທາລະ ນະ​ລັດ ​ປະຊາທິປະ​ໄຕ​ ປະຊາຊົນ ​ເກົາຫລີ ດ້ວຍ​ສັນຕິ​ວິທີ ແລະ ​ເພື່ອ​ສັນຕິພາບ​ຢູ່​ຂົງ​ເຂດ​ນີ້.

ພະນະ​ທ່ານ ຮັນ​ ​ເຊືອງຊູ ໄດ້ຕີລາຄາວ່າ: ນັບ​ແຕ່​ປີ 1995 ເປັນຕົ້ນ​ມາ ​ການ​ຄ້າ​ກໍ​ຄື​ການ​ລົງທຶນ ​ແລະ ການ​ໄປມາຫາສູ່​ກັນ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ ຂອງ​ທັງ​ສອງ​ປະ​ເທດ​ໄດ້​ນັບ​ມື້​ເພີ່ມ​ທະວີ​ຂື້ນ ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ລົງທຶນ​ຂອງ​ຝ່າຍ​ ສາທາລະນະ​ລັດ​ ເກົາຫລີ ໃນ​ຂົງ​ເຂດ​ພະລັງງານ, ຊັບພະ ຍາກອນ​ທຳ​ມະ​ຊາດ ​ແລະ ​ໂຄງການ​ກໍໍ່ສ້າງໃນ ​ສປປ ລາວ ​ໄດ້​ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ລາວ​. ດັ່ງນັ້ນ, ຈຶ່ງ​ສະ​ເໜີ​ໃຫ້​ຝ່າຍ​ລາວ​ສະໜັບສະໜູນ ​ກໍ​ຄື ອຳນວຍຄວາມ​ສະດວກ​ແກ່​ບໍລິສັດ​ຂອງ​ ສາທາລະນະ​ລັດ​ເກົາຫລີ ທີ່​ເຂົ້າ​ມາດຳ​ເນີນທຸລະ​ກິດ ​ຢູ່​ ສປປ ລາວ​.

ພະນະ​ທ່ານ ນາຍົກລັດຖະມົນຕີ ບົວ​ສອນ ບຸບຜາ​ວັນ ໄດ້​ອະທິບາຍ​ວ່າ ລັດຖະບານ​ລາວ​ ໄດ້​ເອົາ ​ໃຈ​ໃສ່​ຕໍ່​ການ​ເປີດ​ກວ້າງ​ການ​ລົງທຶນ​ຂອງ​ປະ​ເທດ​ໃນ​ຂົງ​ເຂດ​ບໍ່​ແຮ່, ພະລັງງານ​ໄຟຟ້າ​ນ້ຳຕົກ, ​ແລະ ການທ່ອງທ່ຽວ​ພ້ອມ​ດຽວ​ກັນນັ້ນກໍ່​ໄດ້​ສະເໜີ​ ໃຫ້​ຝ່າຍ​ເກົາຫລີ​ໃຫ້ການ​ສະໜັບສະໜູນ​​ເຊັ່ນກັນ. ​ພະນະ​ທ່ານ ນາຍົກລັດຖະມົນຕີ ບົວ​ສອນ ບຸບຜາ​ວັນ​ ໄດ້​ສະ​ແດງ​ຄວາມຮູ້ບຸນຄຸນຕໍ່​ລັດຖະບານ​ກໍ່​ຄື​ ປະຊາຊົນ​ເກົາຫລີີ​ທີ່​ໄດ້​ໃຫ້ການ ສະໜັບສະໜູນ, ​ຊ່ວຍ​ເຫລືອ​ລາວ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງການ ​ຊ່ວຍ​ເຫລືອ​ດັ່ງກ່າວ​ເປັນ​ການ ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ ຂອງ​ ລາວ​ໃຫ້​ຂະຫຍາຍຕົວຂຶ້ນ​ໄປ​ເລື້ອຍໆ.

ທັງສອງຝ່າຍ ໄດ້ສະແດງ ຄວາມເພິ່ງພໍໃຈຕໍ່ການພົວພັນຮ່ວມມືທີ່ດີນັບຕັ້ງແຕ່ ທັງສອງປະເທດໄດ້ ມີການສ້າງຕັ້ງສາຍພົວພັນການທູດນຳກັນເປັນເວລາທົດສະວັດກວ່າ.

ພະນະ​ທ່ານ ນາຍົກລັດຖະມົນຕີ ບົວ​ສອນ ບຸບຜາ​ວັນ ຍັງໄດ້ແຈ້ງຢ່າງເປັນທາງການວ່າ ລັດຖະ ບານ​ລາວໄດ້​ຕົກ​ລົງ​ຍົກ​ເວັ້ນວີ​ຊາເປັນ​ເວລາ 15 ວັນ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ນັກທ່ອງ ​ທ່ຽວ ແລະ ນັກລົງທຶນ ​ສ.​ເກົາຫລີ ແລະ ສະເຫນີໃຫ້ທັງ​ສອງ​ຝ່າຍ​ມີ​ການ​ເຊັນ​ສັນຍາ​ດ້ານ​ການ ບິນ​ພົນລະ​ເຮືອນ ​ໂດຍ​ມອບ​ໃຫ້​ວິຊາ​ການ​ທັງ​ສອງ​ຝ່າຍ​ປຶກສາ​ຫາລື​ກັນ. ນາຍົກລັດຖະມົນຕີທັງ ສອງ​ໄດ້​ພ້ອມ​ກັນ​ທົບ​ທວນ​ຄືນ​ວ່າ​ທັງ​ສອງ​ປະ​ເທດ​ໄດ້​ມີ ​ສາຍ​ພົວພັນ​ທີ່​ດີ​ນຳ​ກັນ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ​ໄດ້​ມີ​ການ​ຮ່ວມ​ມື​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ສາກົນ​ກໍ​ຄື​ໃນ​ປະຊາ​ຄົມ​ອາ​ຊຽນ ​ແລະ ອົງການ​ສປຊ. ທັງ​ສອງ​ຝ່າ​ນ​ໄດ້​ເຫັນ​ດີ​ ທີ່​ຈະ​ສືບຕໍ່​ຮ່ວມ​ມື​ກັນ ​ແລະ ຊອກ​ຫາ​ວິທີ​ທາງ​ ເພື່ອ​ຍົກ​ສູງ​ການ​ຮ່ວມ​ມື​ທັງ​ສອງ​ໃນ​ຂົງ​ເຂດ​ຕ່າງໆ​ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ໃນ​ໄລຍະ​ລະຫວ່າງ​ປີ 2009 ຫາ 2012 ​ເຊິ່ງ​ເປັນ​ປີ​ທີ່​ ສປປ ລາວ​ເຮົາ​ຈະ​ເປັນ​ປະ​ເທດ​ທີ່​ປະສານ​ງານ​ລະຫວ່າງ ສ.​ເກົາຫລີ ກັບ​ອາ​ຊຽນ.

ພະນະ​ທ່ານ​ນາຍົກລັດຖະມົນຕີ​ ບົວ​ສອນ ບຸບຜາ​ວັນ​ຍັງ​ໄດ້​ເຊື້ອ​ເຊີນ​ພະນະ​ທ່ານ​ນາຍົກລັດຖະມົນຕີ .​ເກົາຫລີ ​ພ້ອມ​ພັນ​ລະ​ຍາ ​ຢ້ຽມຢາມ ສປປ ລາວ​ຢ່າງ​ເປັນ​ທາງ​ການ​ຕາມ​ເວລາ​ທີ່​ເໝາະ​ສົມ. ນອກ​ນັ້ນ,ທ່ານນາຍົກລັດຖະມົນຕີ ພ້ອມຄະນະ​ ກໍ​ໄດ້​ພົບ​ປະ​ກັບນັກທຸລະກິດ​ຈາກ​ບໍລິສັດ ຕ່າງໆ ​ຫລາຍ​ກວ່າ 17 ບໍລິສັດ​ທີ່​ມີ​ຈຸ​ປະສົງ​ຢາກ​ມາລົງທຶນ​ຢູ່​ ສປປ ລາວ . ພ້ອມ​ນີ້ທ່ານນາຍົກລັດຖະ ມົນຕີ ບົວ​ສອນ ບຸບຜາວັນ​ໄດ້​ໄປຢ້ຽມຢາມ​ຫໍພິພິດ​ຕະພັນ​ແຫ່ງ​ຊາດ ​ທີ່​ເຊ​ຮູ​ນ​, ເຊິ່ງ​ເປັນ​ບ່ອນ​ເກັບ​ ຮັກສາ​ວັດຖຸບູຮານ​ທີ່​ເກົ່າ​ແກ່​ຂອງ​ ເກົາ​ຫຼີ, ຫໍພິພິດ​ຕະພັນ​ແຫ່ງ​ນີ້ຍັງ​ເປັນ​ສະຖານ​ທີ່​ຄົ້ນ​ຄ້ວາ ປະຫວັດສາດ​ໃຫ້​ແກ່​ຄົນ​ລຸ້ນ​ໃໝ່​ເກົາຫຼີ ອີກ​ດ້ວຍ.

ການ​ຢ້ຽມຢາມ ​ສ. ​ເກົາຫລີ ​ຂອງ​ພະນະ​ທ່ານ​ນາຍົກລັດຖະມົນຕີ ພ້ອມຄະນະ​ ໃນ​ຄັ້ງນີ້​ແມ່ນ​ເປັນ​ ຂີດ​ໝາຍ ​ໃໝ່​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ສປປລາວ ກັບ ສ.​ເກົາຫລີ ​ໃຫ້​ນັບ​ມື້ຂະຫຍາຍ ຕົວ​ຢ່າງ​ຕໍ່​ເນື່ອງ​ກວ້າງຂວາງ​ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນສອງ​ປະ​ເທດ ​ແລະ ​ເພື່ອ​ຄວາມ​ ສີວິ​ໄລ​ຂອງ​ປະ​ເທດ​ຊາດ​ທັງ​ສອງ ແລະ ພະນະ​ທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ​ປະຊາຊົນ​ລາວ​, ພ້ອມ​ດ້ວຍ​ຄະນະ ​ໄດ້​ສຳ​ເລັດ​ການ​ຢ້ຽມ ຢາມ ​ສາທາລະນະ​ ລັດ​​ເກົາຫລີ ​ແລ້ວ ​ແລະ ​ໄດ້​ເດີນທາງ​ກັບ​ມາ​ເຖິງ​ນະຄອນຫລວງ​ວຽງ​ຈັນ​ ພິທີ​ຕ້ອນຮັບ​ພະນະ​ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ມິຖຸນາ 2008 ຢູ່​ທີ່​ສຳນັກງານ​ນາຍົກລັດຖະມົນຕີ​ໂດຍ​ມີ​ທ່ານ ພົນ​ໂທດ​ວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ພ້ອມ​ດ້ວຍລັດຖະມົນຕີ​ວ່າການ​ຊ່ວຍ​ວ່າການ ​ແລະ ພະນັກງານ​ຂັ້ນສູງ​ເຂົ້າ​ຮ່ວມ.

_______________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la