ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ເສີມຂະຫຍາຍການພົວພັນຮ່ວມມື ລາວ-ກູເວດ

ນ​ວັນ​ທີ 22 ສິງ​ຫາ​ 2008, ຢູ່​ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ທ່ານ ບົ​ວ​ສອນ ບຸບ​ຜາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳນັບຂອງທ່ານ ອິ​ສ​ມາ​ຢູ, ທີ່​ປຶກ​ສາ ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງປະເທດກູ​ເວດ ໃນໂອກາດເດີນທາງມາ​ຢ້ຽມ​ຢາມ ສປ​ປ ລາວ ໃນລະຫວ່າງວັນທີ 21-​24 ສິງ​ຫາ 2008 ເພື່ອ​ພົບ​ປະ​ປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ ລາວ - ກູເວດ ແລະ ເພື່ອຮຽນເຊີນ ທ່ານນາຍົກລັດຖະມົນຕີ, ບົວສອນ ບຸບຜາວັນ ໄປຢ້ຽມຢາມສັນຖະວະໄມຕີປະເທດກູເວດຢ່າງເປັນທາງການ.

ໂດຍໃນໂອກາດດັ່ງກ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບົວ​ສອນ ບຸບ​ຜາ​ວັນ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຢ້ຽມ​ຢາມ ແລະ​ ເຮັດວຽກ​​ຢູ່​ ສ​ປ​ປ ລາວ ຂອງ​ຄະ​ນະຜູ້​ແທນ​ຂັ້ນ​ສູງກູ​ເວດ ຊຶ່ງມີ​ຄວາມ​ໝາຍ​ສຳ​ຄັນ​ຫລາຍ​ຕໍ່​ການ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມືລະ​ຫວ່າງ​ ສອງ​ປະ​ເທດ ລາວ-​ກູ​ເວດ ໃຫ້ກ້າວ​ສູ່​ລະ​ດັບ​ໃໝ່, ຂະນະດຽວກັນກໍ່ເປັນການຜັຂະຫຍາຍຜົນສຳເລັດການ​ຢ້ຽມ​ຢາມ​ ສປປ ລາວ​ ຢ່າງ​ເປັນ​ທາງ​ການຂອງ ສົມ​ເດັດນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງກູ​ເວດໃນລະຫວ່າງ​ຕົ້ນ​ເດືອນ​ສິງ​ຫາ​ນີ້ ຊຶ່ງທັງສອງຝ່າຍໄດ້ປຶກ​ສາ​ຫາ​ລື ແລະ ​ຕົກ​ລົງ​ຮ່ວມມື​ພັດ​ທະ​ນາ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ເຊັ່ນ: ການ​ລົງ​ທຶນ, ​ການ​ແລກ​ປ່ຽນ​ການ​ຄ້າ​ຂາຍ​ນຳ​ກັນ ແລະ ທັງ​ສ​ອງ​ຝ່າຍ​ໄດ້​ມີ​ການ​ຮ່ວມ​ລົງ​ນາມ​ໃນ​ສັນ​ຍາ​ຫລາຍ​ສະ​ບັບທີ່​ເຫັນ​ວ່າ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວ​ພັນມິດ​ຕະ​ພາບ​ອັນ​ດີ​ງາມ​ດ້ວກັນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ກໍ່ໄດ້ສະແດງຄວາມຍິນດີຕອບຮັບຕາມຄຳເຊີນຂອງສົມເດັດນາຍົກ ລັດຖະມົນຕີແຫ່ງກູເວດ ຈະເດີນທາງໄປຢ້ຽມຢາມສັນຖະວະໄມ ຕີກູເວດຢ່າງເປັນທາງການໃນໄລຍະເວລາອັນເໝາະສົມ ໂດຍຈະແຈ້ງຜ່ານສາຍການທູດກູເວດເຖິງລາຍ ລະອຽດດັ່ງກ່າວ.

ທ່ານ​ທີ່​ປຶກ​ສານາ​ຍົກລັດຖະມົນຕີກູ​ເວດ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ ​ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ,ບົວ​ສອນ ບຸບ​ຜາ​ວັນ ທີ່ໄດ້ສະລະເວລາໃຫ້ກຽດຕ້ອນຮັບຄະນະຜູ້ແທນດັ່ງກ່າວ​ໃນ​ຄັ້ງ​ນີ້.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la