ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ລາວ-ກູເວດຮ່ວມມືດ້ານການບິນພົນລະເຮືອນ

ພາຍຫລັງການຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດນາຍົກລັດຖະມົນຕີກູເວດ ໃນຕົ້ນເດືອນສິງຫານີ້, ໃນວັນທີ 22 ສິງຫາ 2008, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ພ້ອມຄະນະ ແລະ ທ່ານ ດຣ. ອິສເມວ ຄູດັກ ອາລ-ຊາດຕີ, ທີ່ປຶກສານາຍົກລັດຖະມົນຕີກູເວດ ພ້ອມຄະນະ ໃນໂອກາດ ທີ່ມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 21-24 ສິງຫາ 2008 ເພື່ອເປັນການເສີມຂະຫຍາຍ ການຮ່ວມມື ລະຫວ່າງ ລາວ-ກູເວດ. ໃນການພົບປະຄັ້ງນີ້ ນອກຈາກ ທົບທວນເນື້ອໃນຈິດໃຈແລ້ວ ສອງຝ່າຍໄດ້ມີ ການແລກປ່ຽນບົດຮຽນຄຳຄິດຄຳເຫັນ ແລະ ເກັບກຳຂໍ້ມູນ ກ່ຽວກັບການຮ່ວມມືສອງຝ່າຍທາງດ້ານການກະສິກຳ, ໂຄງການສາຍສົ່ງໄຟຟ້າ, ຂະແໜງການສ້າງຄັງນໍ້າມັນສຳ ຮອງ, ໂຄງການສ້າງຕັ້ງແຕ່ລະ ສະຖານທູດປະຈຳແຕ່ລະປະເທດ, ການໃຫ້ສິນເຊື່ອດອກເບ້ຍຕໍ່າ ແລະ ທຶນຊ່ວຍ ເຫລືອລ້າຈຳນວນ 6 ລ້ານໂດລາສະຫະລັດ ເພື່ອບູລະນະສະພາແຫ່ງຊາດ ແລະ ປຸກສ້າງເຮືອນຮັບແຂກ ລັດຖະບານ ແລະ ບັນຫາຕ່າງໆທີ່ຕ່າງຝ່າຍມີຄວາມສົນໃຈນຳກັນ ແລະ ໃນຕອນແລງຂອງວັນທີ 23 ສິງຫານີ້, ສອງຝ່າຍ ໄດ້ມີການຮ່ວມມືລົງນາມສັນຍາວ່າດ້ວຍ ການຮ່ວມມືດ້ານການບິນພົນລະເຮືອນລະຫວ່າງ ລາວ-ກູເວດ ເຊິ່ງຝ່າຍລາວຮ່ວມລົງນາມແມ່ນທ່ານ ຢາກວາລໍປາງກາວ, ຫົວໜ້າກົມການບິນພົນລະເຮືອນ ແລະ ຝ່າຍກູເວດ ແມ່ານທ່ານ ນາແບວອິດສແມນ, ຮອງກົມການບິນພົນລະເຮືອນປະເທດກູເວດ ໂດຍເປັນຊ່ອງໜ້າເປັນສັກຂີພິຍານ ຂອງທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແລະ ທີ່ປຶກສານາຍົກລັດຖະມົນຕີກູເວດ ພ້ອມພະນັກງານ ສອງຝ່າຍເຂົ້າຮ່ວມ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la