|
|
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ນາຍົກເຮົາສະແດງຄວາມເຫັນໃຈເຖິງນາຍົກໄທ
|
ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ພະນະທ່ານ ສົມຊາຍ ວົງສະຫວັດ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ເຊິ່ງມີເນື້ອໃນວ່າ: ຂ້າພະເຈົ້າ ໄດ້ຊາບຂ່າວອຸທົກກະໄພໃນ 12 ຈັງຫວັດຂອງ ຣາຊະອານາຈັກໄທ ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໄທຢ່າງຫລວງຫລາຍ. ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈຢ່າງຈິງໃຈມາຍັງພະນະທ່ານ ແລະ ປະຊາຊົນໄທ ໂດຍສະເພາະບັນດາຄອບຄົວທີ່ໄດ້ຮັບຄວາມເສຍຫາຍໃນຄັ້ງນີ້. ຂ້າພະເຈົ້າເຊື່ອຫມັ້ນວ່າດ້ວຍຄວາມເອົາໃຈໃສ່ ແລະ ການຊ່ວຍເຫລືອຂອງລັດຖະບານແຫ່ງຣາຊະອານາຈັກໄທ, ສະພາບການ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນຈັງຫວັດເຫລົ່ານັ້ນຈະກັບຄືນສູ່ສະພາບປົກກະຕິໂດຍໄວ. |
|
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |