|
|
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ສານຊົມເຊີຍ
|
ວັນທີ 24 ກັນຍາ 2008 ນີ້, ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ຕາໂຣະ ອາໂຊະ, ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ທີ່ໂຕກຽວ ເຊິ່ງມີເນື້ອໃນວ່າ: ໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ, ໃນນາມລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສະແດງຄວາມຍິນດີເປັນຢ່າງຍິ່ງ ແລະ ຂໍສົ່ງຄຳຊົມເຊີຍອັນຈິງໃຈມາຍັງພະນະທ່ານ, ຂໍຖືໂອກາດນີ້ອວຍພອນ ໃຫ້ພະນະທ່ານມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫມ່ໃນຫນ້າທີ່ຮັບຜິດຊອບອັນສຳຄັນຂອງພະນະທ່ານ. ຂ້າພະເຈົ້າເຊື່ອຫມັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງປະເທດພວກເຮົາຈະສືບຕໍ່ເສີມຂະຫຍາຍ ແລະ ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດລາວ ແລະ ຍີ່ປຸ່ນ. |
|
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |