ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ການ​ພົວພັນ​ ສປປ ລາວ ​ແລະ ສ​ປປ ​ເກົາຫລີ ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່​ ການ​ຮ່ວມ​ມື​ສອງປະເທດນັບ​ມື້​ໄດ້ຮັບການ​ເປີດ​ກ້ວາງ​

    ​ໃນ​ວັນ​ທີ 24 ມີຖຸນາ 2009 ນີ້ ຢູ່​ທີ່​ຫໍ​ວັດທະນະ​ທຳ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ໄດ້​ມີ​ການຈັດ​ງານ​ໂຮມ​ຊຸມນຸມ ​​ສະ​ເຫລີ​ມສະ​ຫລອງການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ ສປປ ລາວ - ສປປ​ ເກົາຫລີ​ ຄົບຮອບ 35 ປີ (24/6/1974-24/6/2009). ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສີສະ​ຫວາດ ​ແກ້ວ​ບຸນ​ພັນ, ກຳມະການ​ກົມ​ ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສູນ​ກາງ​ ແນວລາວສ້າງ​ຊາດ, ຜູ້​ຊີ້ນຳ​ວຽກ​ງານ​ອົງການ​ຈັດຕັ້ງມະຫາຊົນຂັ້ນສູນກາງ, ທ່ານ ສົມບັດ ​ເຢຍຣີ​ເຮີ, ກຳມະການສູນກາງພັກ, ເລຂາ ຄະນະພັກ, ​ເຈົ້າ​ຄອງ​ນະຄອນຫລວງວຽງຈັນ, ທ່ານ ຫຽມ ພົມມະຈັນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ປັກ ມົງກູ, ເອກ​ອັກຄະ​ລັດຖະທູດ ​ວິສາມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສປປ ​ເກົາຫລີ​ ປະຈຳລາວ. ນອກ​ຈາກນັ້ນ​ກໍ່ຍັງມີ​ບັນດາ​ລັດຖະ ມົນຕີ, ຫົວໜ້າ​ກົມ, ຮອງ​ກົມ​ພ້ອມ​ດ້ວຍ​ພະນັກງານ, ​ທະຫານ, ຕຳຫລວດ, ນັກຮຽນ​ນັກ​ສຶກສາ​ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ ​ຮ່ວມອີກ​ດ້ວຍ.
     ທ່ານ ຫຽມ ພົມມະຈັນ,
ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ກ່າວ​​ໃນງານ​ໂຮມ​ຊຸມ ຄັ້ງນີ້​ວ່າ: ສປປ ລາວ ​ແລະ ສປປ ​ເກົາຫລີ​ ໄດ້​ມີ​ມູນ​ເຊື້ອການ​ພົວພັນ​ມິດຕະພາບມາ​ແຕ່​ດົນ​ນານ ​ນັບ​ແຕ່​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດຂອງ ສປປ ລາວ, ພັກ-ລັດຖະບານ​ປະຊາຊົນ ສປປ ​ເກົາຫລີ​ ອ້າຍ​ນ້ອງກໍ່ໄດ້​ໃຫ້ການ​ສະໜັບສະໜູນ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ ​ແກ່​ພາລະກິດ​ຕໍ່ສູ້​ອັນ ​ເປັນ​ທຳ​ຂອງ​ ປະຊາຊົນ​ລາວ ​ຈົນ​ກ້າວ​ຂຶ້ນ​ໄດ້​ຮັບ​ໄຊຊະນະອັນ​ສົມບູນ ​ແລະ ສະຖາປະນາ ສປປ ລາວ​ ໃນ​ປີ 1975. ພາຍຫລັງ​ ສະຖາປະນາ ສາທາລະນະ​ລັດ​ ປະຊາທິ​ປະ​ໄຕ ປະຊາຊົນ​ລາວ, ​ການ​ພົວພັນ​ລະຫວ່າງ ສປປ ລາວ ​ແລະ ສ​ປປ ​ເກົາຫລີ ​ກໍ່ໄດ້​ ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່​, ອັນ​ໄດ້​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ນັບ​ມື້​ໄດ້ຮັບການ​ເປີດ​ກ້ວາງ​, ຊຶ່ງ​ມັນໄດ້​ສະ​ແດງ​ອອກ​ໃນ​ ການ​ຢ້ຽມຢາມ ສປປ ​ເກົາຫລີ​ ຢ່າງ​ເປັນ​ທາງການ​ຂອງ​ທ່ານ ໄກສອນ ພົມວິຫານ ​ໃນ​ເດືອນມີຖຸນາ ປີ 1977, ອັນ​ເປັນການປູ​ ພື້ນຖານ​ອັນແໜ້ນແກ່ນ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ​ສອງ​ປະ​ເທດ​. ​ຕະຫລອດ​ໄລຍະ 35 ປີທີ່ຜ່ານມາ, ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມືລະຫວ່າງ ສປປ ລາວ ​ແລະ ສປປ ​ເກົາຫລີ​ ໄດ້​ຮັບ​ການເພີ່ມ ​ພູນ​ຄູນ​ສ້າງ ​ແລະ ຂະຫຍາຍຕົວ​ເປັນ​ກ້າວໆ​ມາ, ຄະນະ​ຜູ້​ແທນ​ຂອງ​ພັກ-ລັດ ແລະ ອົງການ​ຈັດຕັ້ງມະຫາຊົນ​ຂອງ​ ສອງ​ປະ​ເທດໄດ້​ ໄປມາຫາສູ່​ກັນ​ຢ່າງ​ເປັນ​ປົກກະຕິ ແລະ ​ໃຫ້ການ​ສະໜັບສະໜູນ​ເຊິ່ງກັນແລະກັນ​ບໍ່ວ່າຈະຢູ່​ໃນ​ເວທີ​ພາກພື້ນຫຼືສາກົນ.
    ​ໃນ​ຂະນະ​ດຽວ​ກັນ ທ່ານຍັງ​​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ:
​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ແຮງ​ງານ​ເກົາ ຫລີ​ ໂດຍ​ ມີ ທ່ານ ກິ​ມ ອິນ ​ຊຸງ ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ ​ເກົາຫລີ​ ໃນ​ເມື່ອ​ກ່ອນ​ກໍ​ຄື​ທ່ານ ກິມ ​ເຈິງ ອິນ, ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ອງ​ ປະຊາຊົນ​ເກົາຫລີ​ ໃນ​ປັດຈຸບັນ, ປະຊາຊົນ​ເກົາຫລີ​ອ້າຍ​ນ້ອງ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນໃຫຍ່​ຫລວງ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ, ອັນ​ໄດ້​ເຮັດ​ໃຫ້ ສປປ ​ເກົາ ຫລີ ມີ​ສະເຖຍ​ລະ​ພາບ​ດ້ານ​ການ​ເມືອງ, ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ, ມີ​ຄວາມ​ເຂັ້ມ​ແຂງ ​ທາງ​ດ້ານ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ ປະຊາຊົນ ສປປເກົາຫລີ ​ໄດ້​ຮັບ​ການ​ ປັບປຸງ​ດີ​ຂຶ້ນ​ເລື້ອຍໆ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la