ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຍົກລະດັບຄວາມຮູ້ການເຊື່ອມໂຍງເຂົ້າກັບອາຊຽນຂອງ ສປປ ລາວ

     ຊຸດສຳມະນາກ່ຽວກັບການເຊື່ອມໂຍງເຂົ້າກັບອາຊຽນຂອງ ສປປ ລາວ, ກາລະໂອກາດແລະ ສິ່ທ້າທາຍຕໍ່ພະນັກງານ ລັດ​ຖະກອນຂອງ ລາວໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາຢູ່ແຂວງ ຄຳມ່ວນໂດຍການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ຜູ້ຊ່ວຍລັດຖະມົນ​ຕີວ່າການກະຊວງການຕ່າງປະເທດ, ຫົວໜ້າເຈົ້າທີ່ອາວຸໂສ ອາຊຽນ ຂອງ ລາວແລະໃຫ້ກຽດເຂົ້າ ຮ່ວມຂອງ ທ່ານໂອໄດ ສຸດາພອນ, ຮອງເຈົ້າແຂວງຄຳມ່ວນ, ນອກຈາກ​ນັ້ນ​ກໍ່​ຍັງມີພະນັກງານຈາກຫ້ອງວ່າການແຂວງຄຳມ່ວນແລະ ບັນດາແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມ ຫຼາຍກວ່າ 50 ທ່ານ.

     ຊຸດສຳມະນາຄັ້ງນີ້ຈັດຂຶ້ນເພື່ອເຜີຍແຜ່ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ່ 14, ໂດຍສະເພາະແມ່ນຫຼັງຈາກ ກົດບັດອາຊຽນ ມີຜົນບັງຄັບໃຊ້ ໃນວັນທີ 15/12/2008, ຄວາມຄືບໜ້າໃນ ການສ້າງຕັ້ງຄະນະກຳມະການຜູ້ຕາງໜ້າຖາວອນ ອາຊຽນ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບກອງເລຂາແຫ່ງຊາດ ອາຊຽນ ລາວ. ພ້ອມກັນນັ້ນ, ທ່ານ ອາລຸນແກ້ວ ກິດຕິຄຸນ ຍັງ ໄດ້ຍົກໃຫ້ເຫັນ ສະພາບການທີ່ເກີດຂຶ້ນພາຍໃນ ອາຊຽນ ຕະຫຼອດເຖິງຄວາມສຳຄັນ, ຜົນປະໂຫຍດ, ສິດ ແລະ ພັນທະທີ່ບັນດາປະ ເທດສະມາຊິກ ອາຊຽນ ຈະໄດ້ຮັບໃນປະຈຸບັນ ແລະ ອານາຄົດ ​ແລະ ໄດ້ຊີ້​ໃຫ້​ເຫັນກາລະໂອກາດ ແລະ ສິ່ງທ້າທາຍທີ່ມີຕໍ່ບັນດາ ປະເທດສະມາຊິກ ອາຊຽນ ໃນການເລັ່ງລັດສ້າງປະຊາຄົມ ອາຊຽນ ຈາກປີ 2020 ລົງມາເປັນປີ 2015.

     ການ​ຮ່ວມ​ມື​ດ້ານ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ທະ​ຫານ ແລະ ອື່ນໆ ກໍ່ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຂຶ້ນ​ເປັນ​ລຳ​ດັບ. ພ້ອມ​ກັນນີ້, ທັງ​ສອງ​ຝ່າຍຍັງ​ໄດ້ປຶກສາ​ກັນ​ ​ເພື່ອ​ຮ່ວມ​ກັນຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂບັນ​ຫາ​ທາງ​ການ​ຄ້າ​ນຳ​ກັນ ແລະ ເຫັນ​ວ່າ​ບັນ​ຫາ​ຄ້າງ​ຄາ​ເຫລົ່າ​ ນີ້​, ກໍ່ໄດ້​ຮັບ​ການ​ແກ້​ໄຂທາງ​ດ້ານ​ຫລັກ​ການ​ແລ້ວ ຊຶ່ງ​ເປັນ​ທີ່​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ທັງ​ສອງ​ຝ່າຍ. ໃນ​ໄລຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມດັ່ງກ່າວ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ດຣ. ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ພົບ​ປະ​ກັບ​ທ່ານ ອາ​ເລັກ​ຊັນ​ເດີ ກູດ​ຣິນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ທ່ານ ເຊ​ຣ​ເກ​ລາ​ວະ​ລົບ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ, ຊຶ່ງ​ໃນ​ນັ້ນ​ທັງ ​ສອງ​ຝ່າຍໄດ້​​ຕີ​ລາ​ຄາ​ສູງ​ໝາກຜົນ​ຂອງ​ການ​ຮ່ວມ​ມື ​ແລະ ​ການ​ສ​ະ​ໜັບ​ສະ​ໜູນ​ ເຊິ່ງ​ກັນ ແລະ ກັນ​ ຕະ​ຫລອດມາ​ໃນ​ເວ​ທີພາກ​ພື້ນ ແລະ ສາ​ກົນ. ຫວ່າງ​ບໍ່​ດົນ​ມານີ້, ສ​ປ​ປ ລາວ ກໍ່ໄດ້​ສະ​ໜັບ​ສະ​ໜູນ​ ລັດ​ເຊຍ ທີ່​ສະໝັກເຂົ້າເປັນ​ສະ​ມາ​ຊິກ​ອາ​ເຊັມ. ນອກ​ຈາກນີ້, ສ​ປ​ປ ລາວ ຍັງໄດ້ຕີ​ລາຄາ​ສູງ​​ການ​ປະ​ກອບ​ສ່ວນ​ຫ້າວ​ຫັນ​ຂອງ​ ລັດ​ເຊຍ ​ໃນການ​ສົ່ງ​ເສີມ​ການ​ຮ່ວມ​ມື​ກັບ​ອາ​ຊ​ຽນ.

    ພ້ອມ​ດຽວ​ກັນ​ນີ້, ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດລັດ​ເຊຍ, ກໍ່ຢືນ​ຢັນ​ທີ່​ຈະ​ຊຸກ​ຍູ້​ໃຫ້​ນັກ​ລົງ​ ທຶນ​ລັດ​ເຊຍ ​ເຂົ້າມາ​ລົງ​ທຶນ​ຢູ່​ ສປປ ລາວ​ຫລາຍ​ຂຶ້ນຕຶ່ມ.

    ກອງ​ປະຊຸມ​ຄະນະ​ກຳ​ມະ​ທິການ​ຮ່ວມ​ມື​ລາວ - ລັດ​ເຊຍ ຄັ້ງ​ນີ້ ​ໄດ້​ດຳ​ເນີ​ນໄປ​ດ້ວຍ​ຜົນສຳ​ເລັດອັນ​ຈົບ ງາມ, ​ເຊິ່ງ​ໃນ​ນັ້ນປະ​ທານ ​ຮ່ວມທັງສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ, ​ແລະ​ຜູ້ຕາງ​ໜ້າ​ແຕ່​ລະ​ຝ່າຍຍັງ​ຮ່ວມ​ກັນ​ລົງ​ນາມ​ໃນ​ສັນ​ຍາ ເພື່ອ​ພັດ​ ທະ​ນາໂຄງ​ການໄຟ​ຟ້າ​ນ້ຳ​ຕົກ 1 ແຫ່ງ​ຢູ່​ພາກ​ໃຕ້​ຂອງ​ລາວ. ພິ​ເສດ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຍັງໄດ້​ຖື​ເອົາ​ໂອ​ກາດ​ນີ້ ພົບ​ປະ​ ກັບສະ​ມາ​ຄົມ​ມິດ​ຕະ​ພາບ​ລັດ​ເຊຍ-​ລາວ ອີກ​ດ້ວຍ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la