ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ອົງການ UNCTAD ແລະ W T O ຢືນຢັນ ຈະສືບຕໍ່ໃຫ້ການຊ່ວຍເຫລືອລາວ

ໃນວັນທີ 9 ເມສາ 2008, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ດຣ. ສຸພະໄຊ ພານິດຊະພັກ, ເລຂາທິການໃຫຍ່ ອົງການສປຊ ດ້ານການຄ້າ ແລະ ການພັດທະນາ (UNCTAD) ແລະ ທ່ານ ປາສການ ລາມີ, ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (WTO) ທີ່ເຊີແນວ.

ໃນການພົບປະກັບ ຜູ້ອໍານວຍການໃຫຍ່ອົງການ UNCTAD, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ອັນອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNCTAD ໃນປະຈຸບັນກໍ່ຄືຜ່ານມາ ແມ່ນດໍາເນີນໄປດ້ວຍດີ ແລະ ມີປະສິດທິຜົນສູງ, ຊຶ່ງອົງການ UNCTAD ໄດ້ປະກອບສ່ວນອັນສໍາຄັນໃນການຍົກລະດັບຄວາມສາມາດ ໃຫ້ແກ່ພະນັກງານລາວ ໃນຂົງເຂດທີ່ອົງການມີຄວາມຊໍານິຊໍານານ ໂດຍສະເພາະແມ່ນການສ້າງຂີດຄວາມສາມາດດ້ານການຄ້າ, ການເຈລະຈາໃນຂອບວຽກງານການຄ້າ ສາກົນ ເພື່ອຊ່ວຍກະກຽມໃຫ້ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແລະ ເຂດການຄ້າເສລີອາຊຽນ (AFTA), ລວມທັງການ ປັບປຸງລະບຽບການດ້ານການຄ້າ ຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບສາກົນ. ນອກຈາກນັ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມ ຊົມເຊີຍທີ່ອົງການ UNCTAD ເຊີ່ງເປັນອົງການຄົ້ນຄ້ວານະໂຍບາຍຕ່າງໆ ເພື່ອຊ່ວຍປະເທດກໍາລັງພັດທະນາ ແລະ ກຸ່ມອ່ອນໄຫວທັງ 3 ຄື: ປະເທດດ້ອຍ ພັດທະນາ (LDCs), ປະເທດທີ່ກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ(LLDCs), ແລະ ປະເທດເກາະດອນນ້ອຍ(SIDs) ໃນຄວາມພະຍາຍາມ ເພື່ອພັດທະນາເສດຖະກິດຂອງຕົນ. ທ່ານເລຂາທິການໃຫຍ່ UNCTAD ໄດ້ເນັ້ນເຖິງນະໂຍບາຍຂອງອົງການ ເພື່ອສືບຕໍ່ ໃຫ້ການຊ່ວຍເຫືອ ແກ່ບັນດາປະເທດທີ່ ກໍາລັງພັດທະນາ ໂດຍສະເພາະ ສປປ ລາວ ໃນການສ້າງຂີດຄວາມສາມາດ ໃນຂົງເຂດວຽກງານ ທີ່ອົງການມີຄວາມຊໍານານ ເຊັ່: ການປັບປຸງລະບຽບການພາຍໃນເພື່ອອໍານວນຄວາມສະດວກ ໃຫ້ແກ່ການຄ້າ, ການລົງທຶນ, ການຂົນສົ່ງຜ່ານ ແດນ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອກຽມຄວາມພ້ອມໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.

ການພົບປະກັບຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (WTO), ທ່ານຮອງນາຍົກລັດຖະມົນຕີໄດ້ແຈ້ງ ກ່ຽວກັບຄວາມຄືບໜ້າ ຂອງການກະກຽມເຂົ້າເປັນສະມາຊິກຂອງ WTO ຂອງ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈທີ່ອົງການ WTO ໄດ້ໃຫ້ການຊ່ວຍເຫຼືອ ທາງດ້ານເຕັກນິກ-ວິຊາການ ແກ່ ສປປ ລາວ ໃນການກະກຽມເຂົ້າເປັນສະມາຊິກອົງການການຄ້າໂລກ ໂດຍຜ່ານໂຄງການຝຶກອົບຮົມຕ່າງໆ ສໍາລັບພະນັກງານຂອງລາວ, ການສ້າງສູນຕິດຕໍ່ພົວພັນ ກໍຄື ການຊ່ວຍເຫລືອເຂົ້າໃນໂຄງການຂອບເຊື່ອມໂຍງດ້ານການຄ້າ. ພ້ອມດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຢືນຢັນຄືນ ເຖິງນະໂຍບາຍຂອງລັດຖະບານ ໃນການເຂົ້າເປັນສະມາຊິກຂອງ WTO ແລະ ສະເໜີໃຫ້ອົງການ WTO ສືບຕໍ່ສະ ໜັບສະໜູນ ແລະ ໃຫ້ການຊ່ວຍເຫລືອ ເພື່ອໃຫ້ ສປປ ລາວ ໃນຖານະເປັນປະເທດດ້ອຍພັດທະນາ ສາມາດເຂົ້າເປັນສະມາຊິກ WTO ໄດ້. ທ່ານຜູ້ອໍານວຍການໃຫຍ່ WTO ສະແດງຄວາມຊົມເຊີຍ ຕໍ່ຄວາມຕັດສິນໃຈສູງ ຂອງລັດຖະບານລາວ ໃນການເຂົ້າເປັນສະມາຊິກ WTO, ພ້ອມທັງແນະນໍາໃຫ້ ສປປ ລາວ ດໍາເນີນມາດຕະການກຽມຄວາມພ້ອມພາຍໃນຢ່າງຮອບດ້ານ ໂດຍສະເພາະການປັບປຸງ ລະບຽບ ຫລັກການພາຍໃນ ໃຫ້ສອດຄ່ອງກັບລະບຽບຫລັກການສາກົນ, ໄປຄຽງຄູ່ກັບການສ້າງຄວາມກຽມພ້ອມດ້ານບຸກຄະລາກອນ ແລະ ຢືນຢັນຈະສືບຕໍ່ ຊ່ວຍເຫລືອ ສປປ ລາວ ໂດຍອີງຕາມຄວາມຕ້ອງການຕົວຈິງ.

_____________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la