ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ລາວ ແລະ ສະວິດ ຕີລາຄາສູງ ຕໍ່ໝາກຜົນການຮ່ວມມື ຫລາຍດ້ານ
ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ນໍາພາຄະ ນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢ້ຽມຢາມ ປະເທດສະວິດ ເພື່ອເຮັດວຽກຮ່ວມກັບ ທ່ານນາງ ມີເຊີລິນ ຄານມີ ເຣ, ລັດຖະ ມົນຕີວ່າການກະຊວງການ ຕ່າງປະເທດ ສະວິດ ແຕ່ວັນທີ 9-12 ເມສາ 2008, ພາຍຫລັງທີ່ໄດ້ສໍາເລັດການຢ້ຽມຢາມຢ່າງເປັນທາງການ ຢູ່ປະເທດ ອີຢີບ ແລະ ຕວກກີ.
ໃນການພົບປະ, ສອງຄະນະຜູ້ແທນ ລາວ ແລະ ສະວິດ ໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືອັນດີໃນຫລາຍດ້ານ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ. ໃນນັ້ນ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຊ່ວຍເຫລືອແກ່ ສປປ ລາວ ນັບແຕ່ປີ 1989 ຈົນເຖິງປະຈຸບັນ, ຊຶ່ງມີມູນຄ່າສະເລ່ັຍທັງໝົດ 43 ລ້ານໂດລາສະຫະລັດ, ກວມເອົາຫລາຍຂະແໜງການ ເຊັ່ນ: ການສຶກສາ, ກະສິກໍາ-ປ່າໄມ້ ແລະ ອື່ນໆ. ພ້ອມກັນນັ້ນ, ຝ່າຍສະວິດ ໄດ້ຢືນຢັນໃນໂອກາດນີ້ວ່າ: ພາຍຫລັງທີ່ໄດ້ມີການ ສ້າງຕັ້ງຫ້ອງການການຮ່ວມມືເພື່ອການພັດທະນາຢູ່ວຽງຈັນ ໃນສອງປີມານີ້, ປະເທດສະວິດ ຈະເພີ່ມທະວີໂຄງການຊ່ວຍເຫລືອໃຫ້ແກ່ ບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ໃນນັ້ນ ລາວ ຈະໄດ້ຮັບຜົນປະໂຫຍດ ຫລາຍຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ໄດ້ຕົກລົງກັນເພື່ອສືບຕໍ່ ເພີ່ມທະວີການຮ່ວມມືຊ່ວຍເຫລືອ ໃນດ້ານເສດຖະກິດ-ການຄ້ານໍາອີກ.
ໃນລະຫວ່າງການຢ້ຽມຢາມປະເທດ ສະວິດ, ໃນວັນທີ 9 ເມສານີ້, ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດຫ້ອງການ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາຫ້ອງການ ສປຊ ຢູ່ ເຊີແນວ, ອົງການຈັດຕັ້ງສາກົນຕ່າງໆ ແລະ ສໍານັກງານສະຖານທູດ ສປປ ລາວ ປະຈໍາ ປະເທດ ສະວິດ, ໂດຍມີເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງການຕ່າງປະເທດສະວິດ, ຜູ້ຕາງໜ້າເຈົ້າເມືອງເຊີແນວ, ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ, ຮອງຜູ້ອໍານວຍການໃຫຍ່ຫ້ອງການ ສປຊ ແລະ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ຂອງບັນດາປະເທດອາຊຽນ ແລະ ປະເທດເພື່ອນມິດ ຢູ່ ເຊີແນວ ເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນເຖິງນະໂຍບາຍການຕ່າງປະເທດ ອັນສະເໜີຕົ້ນສະເໝີປາຍຂອງ ສປປ ລາວ ໃນການເປີດກວ້າງການຮ່ວມມືກັບບັນດາປະເທດ ແລະ ພາກພື້ນຕ່າງໆ ໃນໂລກ, ລວມທັງອົງການຈັດຕັ້ງສາກົນ ໂດຍສະເພາະກັບ ອົງການ ສປຊ.
ປະເທດລາວ ໄດ້ເຂົ້າເປັນສະມາຊິກອົງການ ສປຊ ໃນປີ 1955 ແລະ ສ້າງຕັ້ງສາຍພົວພັນການທູດ ກັບປະເທດ ສະວິດ ໃນປີ 1957, ພາຍຫລັງເຂົ້າເປັນສະມາຊິກ ອາຊຽນ ໃນປີ 1997 ແລະ ຮ່ວມເຄື່ອນໄຫວຢ່າງຕັ້ງໜ້າຢູ່ພາກພື້ນດັ່ງກ່າວ. ປະຈຸບັນ ສປປ ລາວ ພວມກະກຽມຄວາມພ້ອມ ເພື່ອເຂົ້າເປັນສະມາຊິກອົງການການຄ້າໂລກ, ການເປີດສໍານັກງານຜູ້ຕາງໜ້າຖາວອນ ແລະ ສໍານັກງານ ສະຖານທູດດັ່ງກ່າວ ເປັນການປະກອບສ່ວນໃນການຮັດແໜ້ນສາຍພົວພັນອັນດີ ລະຫວ່າງ ສປປ ລາວ ກັບ ອົງການຈັດຕັ້ງສາກົນຕ່າງໆ ແລະ ການພົວພັນສອງຝ່າຍກັບປະເທດສະວິດນໍາອີກ.
_____________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la