ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ແຫ່ງ ສະຫະພາບມຽນມາ

ໃນຕອນເຊົ້າວັນທີ 16 ເມສາ 2008 ທີ່ກະຊວງການຕ່າງປະເທດ, ທ່ານ ດຣ. ທອງລຸນ ສີສຸລິດ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈໍທູ (Kyaw Thu), ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ແຫ່ງ ສະຫະພາບມຽນມາ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 10-16 ເມສາ 2008.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ການມາຢ້ຽມຢາມ ສປປ ລາວ ຂອງຄະນະ ຊຶ່ງໄດ້ເປັນການປະກອບສ່ວນໃຫ້ແກ່ການເສີມຂະຫຍາຍ ແລະ ຮັດແຫນ້ນການຮ່ວມມືກັນ ລະຫວ່າງສອງປະເທດ ກໍຄືລະຫວ່າງສອງກະຊວງການ ຕ່າງປະເທດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ແຂກ ແລະ ເຈົ້າພາບ ໄດ້ປຶກສາຫາລືກັນກ່ຽວກັບການສືບຕໍ່ເພີ່ມທະວີ ແລະ ຮັດແຫນ້ນສາຍພົວພັນ ມິດຕະພາບ ຖານບ້ານໃກ້ເຮືອນຄຽງລະຫວ່າງ ສປປ ລາວ ແລະ ສະຫະ ພາບມຽນມາ ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ພ້ອມທັງການ ຮ່ວມມືຂອງຂະແຫນງການ ຕ່າງໆ ໂດຍສະເພາະໃນຂະແຫນງກະສິກໍາ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ.

ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບບັນຫາພາກພື້ນ ແລະ ສາ ກົນທີ່ສົນໃຈຮ່ວມກັນ ໂດຍສະເພາະ ແມ່ນການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການເສີມຂະຫຍາຍການ ຮ່ວມມືຂອງສອງປະເທດ ໃນກອບອາຊຽນ. ໃນໂອກາດການຢ້ຽມຢາມຄັ້ງນີ້, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດມຽນມາ ຍັງໄດ້ພົບປະເຮັດວຽກກັບ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີ ຊ່ວຍວ່າການ ກະຊວງການຕ່າງປະເທດ, ໄດ້ໄປຢ້ຽມຊົມເມືອງມໍລະດົກໂລກ ຫລວງພະບາງ ແລະ ເຂົ້າ ຮ່ວມງານສະເຫລີມສະຫລອງບຸນປີໃຫມ່ລາວ ພ.ສ 2551 ທີ່ຫລວງພະບາງອີກດ້ວຍ.

_____________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la