ລັດຖະບານຍີ່ປຸ່ນ ສືບຕໍ່ໃຫ້ການຊ່ວຍເຫລືອແກ່ ລັດຖະບານລາວ ໃນໂຄງການພັດທະນາຊັບພະຍາກອນມະນຸດ
ໃນວັນທີ 25 ພຶດສະພາ 2009,ຢູ່ທີ່ກະຊວງການຕ່າງປະເທດໄດ້ຈັດພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ສຳລັບ ໂຄງການພັດທະນາຊັບພະຍາກອນມະນຸດ ສົກປີ 2009 ມູນຄ່າ 297 ລ້ານເຢັນ. ສປປ ລາວ ໄດ້ຮັບການ ຊ່ວຍເຫລືອໂຄງການພັດທະນາຊັບພະຍາກອນມະນຸດ ເລີ່ມແຕ່ປີ 1999 ເປັນຕົ້ນມາ, ຊຶ່ງທຶນດັ່ງກ່າວໄດ້ນຳໃຊ້ເພື່ອສົ່ງນັກສຶກສາລາວຈຳ ນວນໜຶ່ງໄປສຶກສາຕໍ່ທີ່ ມະຫາວິທະຍາໄລຍີ່ປຸ່ນ.
ການຊ່ວຍເຫລືອດັ່ງກ່າວ,ໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນຂະແໜງການສ້າງຊັບພະຍາກອນມະນຸດຂອງລາວ,ຊຶ່ງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານລັດ ຖະກອນທັງພາກລັດ ແລະ ເອກະຊົນຂອງລາວ ສາມາດຮອງຮັບຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່.
ເຂົ້າຮ່ວມລົງນາມໃນເອກະສານແລກປ່ຽນຄັ້ງນີ້, ຕາງໜ້າໃຫ້ ລັດຖະບານລາວ ແມ່ນພະນະທ່ານ ພົງສະຫວັດ ບຸບຜາ, ລັດຖະມົນຕີຊ່ວຍ ວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຕາງໜ້າໃຫ້ ລັດຖະບານຍີ່ປຸ່ນ ແມ່ນພະນະທ່ານ ມາຊາອາກິ ມີຢາຊິຕະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ.
ໃນໂອກາດນີ້, ພະນະທ່ານ ພົງສະຫວັດ ບຸບຜາ ໄດ້ກ່າວຄວາມຂອບໃຈຜ່ານພະນະທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າແກ່ ສປປ ລາວ ແລະ ຢືນຢັນວ່າຈະນຳໃຊ້ທຶນດັ່ງກ່າວໃຫ້ເກີດປະໂຫຍດ ຕາມຈຸດປະສົງຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເປັນຢ່າງດີ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la