ພະນະທ່ານ ດຣ.ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ
ອາຊຽນ-ອີຢູ ຄັ້ງທີ 17
ໃນລະຫວ່າງວັນທີ 27-28 ພຶດສະພາ 2009, ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ພ້ອມດ້ວຍຄະນະ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 17 ທີ່ພະນົມເປັນ, ປະເທດ ກຳປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງກຳປູເຈຍ ທີ່ເປັນປະເທດປະສານງານ ອາຊຽນ-ອີຢູ ແລະ ສ.ເຊັກ ທີ່ເປັນປະທານອີຢູ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 17 ນີ້, ແມ່ນມີຄວາມໝາຍສຳຄັນສຳລັບ ອາຊຽນ ແລະ ອີຢູ ເພາະເປັນກອງປະຊຸມ ລະຫວ່າງສອງ ອົງການຈັດຕັ້ງ ພາກພື້ນທີ່ສຳຄັນ ເຊິ່ງຈັດຂຶ້ນທ່າມກາງສະພາບແວດລ້ອມອັນໃໝ່, ໂດຍສະເພາະການມີຜົນບັງຄັບໃຊ້ກົດບັດ ອາຊຽນ ໃນວັນທີ 15 ທັນວາ 2008 ເປັນຕົ້ນມາ, ກໍ່ຄືສະພາບວິກິດການ ທາງດ້ານການເງິນ, ເສດຖະກິດໂລກ ແລະ ບັນຫາໄຂ້ຫວັດໃຫຍ່ ສາຍພັນໃໝ່ A H1N1 ທີ່ພວມລະບາດຢ່າງກ້ວາງຂວາງໃນປັດຈຸບັນ.
ກອງປະຊຸມຄັ້ງນີ້, ຈະດຳເນີນພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມມື ອາຊຽນ-ອີຢູ ເພື່ອສັນຕິພາບ, ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການພັດທະນາ” ຊຶ່ງບັນດາລັດຖະມົນຕີຕ່າງປະເທດຂອງທັງສອງຝ່າຍ ຈະປຶກສາຫາລືກ່ຽວກັບສະພາບການພົ້ນເດັ່ນຢູ່ໃນພາກພື້ນ ຂອງຕົນ, ທົບທວນຄືນການຮັດແໜ້ນການເປັນຄູ່ຮ່ວມມື ອາຊຽນ-ອີຢູ, ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນອະນາຄົດ, ວິທີແກ້ໄຂ ບັນຫາວິກິດການດ້ານການເງິນ ແລະ ເສດຖະກິດຂອງໂລກ ແລະ ບັນຫາໄຂ້ຫວັດໃຫຍ່ສາຍພັນໃໝ່.
ນອກຈາກນີ້, ຍັງມີການແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ແລະ ຫົວຂໍ້ສຳຄັນອື່ນໆທີ່ຕ່າງຝ່າຍຕ່າງໃຫ້ຄວາມ ສົນໃຈນຳກັນ ເຊັ່ນ: ການຄ້ຳປະກັນ ດ້ານສະບຽງອາຫານ ແລະ ພະລັງງານ, ບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນດ້ານທະຫານ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ. ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງນີ້, ຄາດວ່າຄະນະຜູ້ແທນລາວ ຈະໄດ້ມີການພົບປະສອງຝ່າຍກັບຄະນະຜູ້ນແທນ ສ.ໂປໂລຍ, ອັງກິດ, ອີຕາລີ ແລະ ບຸນກາລີ ອີກດ້ວຍ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la