ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ກອງປະຊຸມແຈ້ງສະພາບຜົນກະທົບໄພນໍ້າຖ້ວມ

ວັນທີ 25 ສິງຫາ 2008 ນີ້, ທີ່ຫ້ອງປະຊຸມສູນຮ່ວມມືລາວ-ຍີ່ປຸ່ນໄດ້ຈັດກອງປະຊຸມແຈ້ງສະພາບຜົນກະທົບຈາກໄພນໍ້າ ຖ້ວມ, ພາຍໃຕ້ການເປັນປະທານຂອງທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ເຊິ່ງມີບັນດາລັດຖະມົນຕີເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແຈ້ງສະ ພາບຜົນກະທົບຂອງໄພນໍ້າຖ້ວມໃຫ້ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ຮັບຊາບເຖິງຜົນ ເສຍຫາຍ ແລະ ຄວາມຕ້ອງການອັນຮີບດ່ວນເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກທີ່ກຳລັງປະເຊີນຢູ່ໃນ ປະຈຸບັນ.

ມາເຖິງປະຈຸບັນນີ້, ໃນທົ່ວປະເທດເກີດມີໄພນໍ້າຖ້ວມທັງໝົດຢູ່ 8 ແຂວງຄື: ແຂວງຫົວພັນ, ບໍ່ແກ້ວ, ໄຊຍະບູລີ, ຫລວງພະບາງ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ ແລະ ແຂວງຄຳມ່ວນ; ໃນນີ້ມີ 53 ເມືອງ ແລະ 679 ບ້ານ; ມີຜູ້ເສຍຊີວິດເຖິງ 5 ຄົນ ແລະ ຜູ້ປະສົບໄພພິບັດເຖິງ 178.329 ຄົນ; ເນື້ອທີ່ກະສິກຳ 381.116 ເຮັກຕາ ຖືກທຳລາຍ ພ້ອມນັ້ນອັນທີ່ປາສະຈາກບໍ່ໄດ້ກໍ່ຄືຫົນທາງກໍ່ຖືກຜົນກະທົບເສຍຫາຍຫລາຍພໍສົມຄວນ.

ປະຈຸບັນນີ້, ລັດຖະບານ ສປປ ລາວ ແມ່ນມີຄວາມຕ້ອງການການສະໜັບສະໜູນ ແລະ ຊ່ວຍເຫລືອຈາກບັນດາ ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນປະຈຳລາວ ຊ່ວຍເຫລືອບັນເທົາທຸກແກ່ປະຊາຊົນທີ່ຖືກເຄາະຮ້າຍເຊິ່ງເຄື່ອງ ຊ່ວຍເຫລືອທີ່ຈຳເປັນແມ່ນສະບຽງອາຫານ ໂດຍສະເພາະແມ່ນເຂົ້າກິນ ແລະ ນໍ້າດື່ມ, ເຄື່ອງໃຊ້ໃນຄົວເຮືອນ, ຢາປົວ ພະຍາດ ແລະ ອຸປະກອນການແພດທີ່ຈຳເປັນ.

 

           

 

 

 

 

 

 

 

 

 

 
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la