ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ທ່ານປະທານປະເທດເຄື່ອນໄຫວຢ້ຽມຢາມຍີ່ປຸ່ນ

      ຕອນເຊົ້າຂອງວັນທີ 21 ພຶດສະພາ 2008 ນີ້, ທ່ານ ຈູມມາລີ ໄຊຍະສອນ,ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຕິດຕາມດ້ວຍ ທ່ານ ດຣ. ທອງລຸນ ສີສຸລິດ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕ ວ່າການກະຊວງການຕ່າງປະເທດ, ທ່ານ ຄຳເຜີຍ ປານມະໄລທອງ, ຫົວໜ້າ ຫ້ອງວ່າການສູນກາງພັກ ພ້ອມຄະນະ ໄດ້ເດີນທາງເຖິງນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນແລ້ວ ເພື່ອເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 14 ກ່ຽວກັບອະນາຄົດຂອງ ທະວີບອາຊີ ຊຶ່ງຈັດໂດຍ ໜັງສືພິມ ນິກເກອິ ຍີ່ປຸ່ນ ໃນລະຫວ່າງວັນທີ 22-23/5/2008.

ຕອນແລງ ຂອງວັນດຽວກັນນັ້ນ, ທ່ານປະທານປະເທດ ກໍ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ Yoshihiko tsuchiya ປະທານກິຕິມະສັກສະມາຄົມມິດຕະພາບລາວຍີ່ປຸ່ນ ໄຊຕະມະພ້ອມຄະນະ ແລະ ໄດ້ແຈ້ງສະພາບການພົວພັນຮ່ວມມືຂອງສະມາຄົມມິດຕະພາບໄຊຕະມະ - ລາວ ໃນໄລຍະຜ່ານມາໃຫ້ ທ່ານປະທານ ປະເທດໄດ້ຊາບ, ຈາກນັ້ນທ່ານປະທານປະເທດ ກໍ່ໄດ້ ແຈ້ງສະພາບການພັດທະນາເສດຖະກິດສັງຄົມໂດຍຫຍໍ້ ໃຫ້ປະທານກິຕິມະສັກ ພ້ອມຄະນະຮັບ ຊາບ ແລະ ສະແດງຄວາມຊົມເຊີຍສະມາຄົມມິດຕະພາບໄຊຕະມະລາວ ທີ່ໄດ້ ຊຸກຍູ້ນັກທຸລະກິດ ຍີ່ປຸ່ນ ໄປລົງທຶນຢູ່ປະເທດລາວຫລາຍຂຶ້ນ ເພື່ອຊ່ວຍໃຫ້ປະຊາຊົນລາວບັນດາເຜົ່າມີວຽກເຮັດງານ ທຳຫລາຍຂຶ້ນ ເພື່ອກ້າວໄປເຖິງການຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

ໃນຕອນຄໍ່າຂອງວັນດຽວກັນນີ້, ປະທານສະມາຄົມມິດຕະພາບຍີ່ປຸ່ນໄຊຕະມະລາວ ໄດ້ຈັດ ງານລ້ຽງເພື່ອ ຕ້ອນຮັບ ແລະ ເປັນກຽດແດ່ທ່ານປະທານປະເທດ ພ້ອມພັນລະຍາ ທີ່ໂຮງແຮມ Grand Prince Hotel AKSAKA ນະຄອນຫລວງໂຕກຽວ, ໃນງານລ້ຽງດັ່ງກ່າວ ທ່ານປະທານ ສະມາຄົມມິດຕະພາບຍີ່ປຸ່ນໄຊຕະມະລາວ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕ້ອນຮັບຢ່າງ ອົບອຸ່ນຕໍ່ການຢ້ຽມຢາມຍີ່ປຸ່ນ ຄັ້ງທຳອິດຂອງທ່ານປະທານ ປະເທດແຫ່ງ ສປປ ລາວ ຊຶ່ງຈະເປັນ ການປະກອບສ່ວນອັນສຳຄັນ ແລະ ມີຜົນດີໃຫ້ແກ່ການພົວພັນ, ການຮ່ວມມື ຂອງສອງປະເທດ ກໍ່ຄື ປະຊາຊົນສອງຊາດລາວຍີ່ປຸ່ນ ນັບມື້ດີຂຶ້ນເລື້ອຍໆ.

ຈາກນັ້ນ, ທ່ານປະທານປະເທດ ກໍ່ໄດ້ໃຫ້ກຽດ ຂຶ້ນກ່າວຄຳປາໄສ ຊຶ່ງມີເນື້ອໃນບາງຕອນ ວ່າ: ຂ້າພະເຈົ້າສະແດງຄວາມຮູ້ສຶກພາກພູມໃຈທີ່ໄດ້ມາ ຢ້ຽມຢາມ ປະເທດຍີ່ປຸ່ນ ກໍ່ຄືນະຄອນ ຫລວງໂຕກຽວ ທີ່ສວຍງາມ, ສະແດງຄວາມຊົມເຊີຍ ແລະ ຂອບອົກຂອບໃຈຢ່າງຈິງໃຈຕໍ່ການ ຊ່ວຍເຫລືອອັນໃຫຍ່ຫລວງທາງດ້ານວັດຖຸ ແລະ ຈິດໃຈຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫລອດມາ, ເຊື່ອໝັ້ນຕໍ່ການພົວພັນຮ່ວມມື ແລະ ການ ລົງທຶນຂອງຍີ່ປຸ່ນຢູ່ ສປປ ລາວ, ລາວ ຍີ່ປຸ່ນ ແມ່ນມີສາຍ ພົວພັນມາແຕ່ດົນນານ ແລະ ຢາກໃຫ້ ສາຍພົວພັນ ແລະ ການຮ່ວມມືນັ້ນ ນັບ ມື້ນັບດີຂຶ້ນເລື້ອຍໆ.                                     

_______________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la