ວັນທີ
12
ພຶດສະພາ
2008
ທ່ານ ໂບໂຣດາບກິນ,
ລັດຖະມົນຕີຊ່ວຍວ່າການ
ກະຊວງ
ການຕ່າງປະເທດຣັດເຊຍ
ໄດ້ຕ້ອນຮັບ ແລະ ປຶກສາຫາລື
ກັບທ່ານ ພົງສະຫວັດ
ບຸບຜາ,
ລັດຖະມົນຕີຊ່ວຍວ່າການກະຊວງການ
ຕ່າງປະເທດລາວ.
ສອງຝ່າຍໄດ້ປຶກສາຫາລື
ກ່ຽວກັບການພົວ
ພັນທາງດ້ານການເມືອງ
ເປັນຕົ້ນໄດ້ເນັ້ນວ່າໃນ ຊຸມປີຫລັງນີ້ ໄດ້ຮັບຜົນ
ສຳເລັດເປັນຢ່າງດີ
ໃນການ
ຂະຫຍາຍການຮ່ວມມືສອງຝ່າຍ
ແບບຕ່າງຝ່າຍ
ຕ່າງມີຜົນ ປະໂຫຍດໃນດ້ານຕ່າງໆ. ສິ່ງສຳຄັນໄດ້
ເຈລະຈາກ່ຽວແມ່ນບັນຫາ
ການເປີດ
ກວ້າງການ
ຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການ
ລົງທຶນ,
ໃນນັ້ນແມ່ນການ
ລົງທຶນທາງດ້ານຂະແຫນງພະລັງງານ ແລະ
ຂຸດຄົ້ນບໍ່ແຮ່ ກໍ່ຄືການພົວ
ພັນທາງດ້ານ
ມະນຸດສະທຳ.
ສອງຝ່າຍເປັນເອກະພາບກັນໃນການຊຸກຍູ້ພາກສ່ວນກ່ຽວຂ້ອງຕ່າງໆຂອງສອງປະເທດ
ໃຫ້ໄດ້ມີການພົບປະຮ່ວມມື
ແລະ ແລກປ່ຽນຄວາມຄິດເຫັນ
ນຳກັນຫລາຍຂຶ້ນ ເພື່ອ
ເຮັດໃຫ້
ການພົວພັນ
ຮ່ວມມືນັບມື້ນັບແຫນ້ນແຟ້ນ ແລະ ແຕກດອກອອກຜົນ.
ນອກນັ້ນໄດ້ ຢືນຢັນວ່າຈະສືບຕໍ່ແລກປ່ຽນທັດສະນະລະຫວ່າງຣັດເຊຍ
ແລະ ລາວ ຕໍ່ບັນຫາ
ສາກົນ ແລະ ພາກພື້ນທີ່ສຳຄັນຢ່າງ ໃກ້ຊິດກັນເຊັ່ນ:
ສະພາການຄ້າໃນພາກພື້ນ
ອາຊີຕາເວັນອອກ.
ທັງສອງຝ່າຍໄດ້ຖະແຫລງ
ວ່າຈະພ້ອມກັນສືບຕໍ່ເພີ່ມທະວີການພົວພັນ
ໃນວຽກງານການຕ່າງປະເທດ
ໃຫ້ແຕກດອກອອກຜົນ,
ໃນນັ້ນກໍ່ແມ່ນ ການພົວພັນໃນຂອບ ສປຊ ແລະ ການຮ່ວມມືຫລາຍຝ່າຍ
ໃນອົງການ
ຈັດຕັ້ງອື່ນໆ. ນອກຈາກນັ້ນ ຍັງໄດ້ແລກ
ປ່ຽນບົດຮຽນທີ່ເປັນປະໂຫຍດໃນການປັບປຸງ
ຄູ່ເຈລະຈາລະຫວ່າງຣັດເຊຍ
ແລະ ອາຊຽນ.