ພະນະທ່ານ ດຣ.ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາເຊັມ ຄັ້ງທີ 9 ທີ່ຮ່າໂນ້ຍ
ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊີ-ເອີຣົບ (ASEM) ຄັ້ງທີ 9, ຊຶ່ງໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 25 ພຶດສະພາ 2009 ທີ່ນະຄອນຫລວງຮ່າໂນ້ຍ, ສສ.ັຫວຽດນາມ ໂດຍມີສະມາຊິກເຂົ້າຮ່ວມທັງໝົດຈາກ 45 ພາກສ່ວນຄື: 10 ປະເທດ ສະມາຊິກອາຊຽນ, ສປ ຈີນ, ສ.ເກົາຫລີ, ຍີ່ປຸ່ນ, ອິນເດຍ, ປາກິດສະຖານ, ມົງໂກລີ, 27 ປະເທດສະມາຊິກອີຢູ, ກອງເລຂາອາຊຽນ ແລະ ຄະນະກຳມາທິການເອີຣົບ (EC).
ຫົວຂໍ້ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 9 ນີ້ ແມ່ນ: “ການສ້າງຄູ່ຮ່ວມມື ອາຊີ-ເອີຣົບ ທີ່ໃກ້ຊິດກວ່າເກົ່າ ເພື່ອແກ້ໄຂວິກິດການ ດ້ານເສດຖະກິດ ແລະ ການເງິນ ແລະ ສິ່ງທ້າທາຍອື່ນໆຂອງໂລກ” (Forging Close Asia-Europe Partnership to Address the Financial and Economic Crisis and Other Global Challenges).
ໃນການເຄື່ອນໄຫວກອງປະຊຸມດັ່ງກ່າວຊຶ່ງໄຂຂຶ້ນໃນລະຫວ່າງ ວັນທີ 25-26 ພຶດສະພາ, ໃນມື້ທຳອິດຂອງກອງປະຊຸມ, ພະນະທ່ານ ຮອງນາຍົກລັດຖະມົນຕີລາວ ໄດ້ພົບປະສອງຝ່າຍກັບທ່ານ ອາເລັກຊານເດີ ສະຕັບ, ລັດຖະມົນຕີກະຊວງການຕ່າງປະເທດແຟັງລັງ ແລະ ທ່ານ Piero Fassino, ທູດພິເສດສະຫະພາບເອີຣົບ ເພື່ອປຶກສາຫາລື ກ່ຽວກັບ ການຮັດແໜ້ນການພົວພັນ ແລະ ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ແຟັງລັງ ແລະ ສປປ ລາວ-ເອີຣົບ, ແລະ ບັນຫາພົ້ນເດັ່ນຕ່າງໆໃນພາກພື້ນ ແລະ ສາກົນ.
ນອກນີ້, ພະນະທ່ານຮອງນາຍົກລັດຖະມົນຕີລາວ ຍັງໄດ້ຕາງໜ້າໃຫ້ປະເທດອາຊີປະກອບຄຳເຫັນໃນກອງປະຊຸມ ໃນຫົວຂໍ້ຍ່ອຍວ່າດ້ວຍ ບັນດາເປົ້າໝາຍສະຫັດສະວັດ ເພື່ອການພັດທະນາ ແລະ ການພັດທະນາແບບຍືນຍົງ ແລະ ໄດ້ເຂົ້າຮ່ວມພິທີເປີດໂຄງການແກ້ໄຂ ການລະບາດຂອງພະຍາດໄຂ້ຫວັດໃຫຍ່ ໄລຍະສອງ ເຊິ່ງໄດ້ຮັບການສະໜັບສະໜູນຫລັກທາງດ້ານການເງິນໂດຍ ລັດຖະສະພາຍີ່ປຸ່ນ ແລະ ມີປະເທດໃຫ້ການສະໜັບສະໜູນຮ່ວມ 9 ປະເທດ (Co-sponsers) ຄື: ສປປ ລາວ, ຮົງກາລີ, ສ.ເກົາຫລີ, ປາກິດສະຖານ, ມົງໂກລີ, ໂປໂລຍ, ສິງກະໂປ, ໄທ ແລະ ຫວຽດນາມ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la