ຕີລາຄາໝາກຜົນແຫ່ງການຮ່ວມມືສອງຝ່າຍ ລາວ-ບຣູໄນ
.gif)
ທ່ານ ດຣ. ທອງລຸນ ສີສຸລິດ,
ຮອງນາຍົກ
ລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງ
ປະເທດ
ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ
ແລະ ຕີລາຄາສູງຕໍ່ໝາກຂອງຜົນບັນດາຂໍ້ຕົກລົງ
ແລະ ຮ່ວມກັນຜັນຂະຫຍາຍ
ລະຫວ່າງ ສປປ ລາວ ແລະ ບຣູໄນ ດາລູຊາລຳ
ໃນໄລຍະ
ຜ່ານມາ
ເປັນຕົ້ນແມ່ນຫມາກຜົນການຢ້ຽມຢາມ ບຣູໄນ ຂອງທ່ານປະທານປະເທດ
ແຫ່ງ ສປປ ລາວ
ທ່ານ
ຈູມມາລີ ໄຊຍະສອນ ເມື່ອວັນທີ
11-13
ມິຖຸນາ
2008
ກໍຄືໝາກຜົນຂອງການ
ຢ້ຽມຢາມ
ບັນດາການນຳຂັ້ນຕ່າງໆຂອງສອງປະເທດ ລວມທັງຂໍ້ຕົກລົງ
ການຍົກເວັ້ນວີຊາທາງ
ລັດຖະການ ແລະ ການທູດ,
ສັນຍາວ່າດ້ວຍການຂົນສົ່ງທາງອາກາດ,
ການແລກປ່ຽນທີ່ດິນ
ຊຶ່ງກັນ ແລະ ກັນສຳລັບການກໍ່ສ້າງສຳນັກງານສະຖານທູດ,
ບົດບັນທຶກຄວາມເຂົ້າໃຈກ່ຽວກັບການ
ສ້າງຕັ້ງ ຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ,
ການຍົກເວັ້ນວີຊາສຳລັບຜູ້ຖື
ໜັງສືຜ່ານແດນທຳມະດາ
ແລະ ສັນຍາຍົກເວັ້ນການເກັບອາກອນຊ້ຳຊ້ອນ.
ໃນລະຫວ່າງການຕ້ອນຮັບການເຂົ້າຢ້ຽມຂ່ຳນັບ
ຂອງທ່ານ ໂຈຮານ ຕານີ ອັບດຸນລາ,
ເອກອັກ
ຄະຣາຊະທູດວິສາມັນ
ຜູ້ມີອຳນາດເຕັມ
ແຫ່ງ ບຣູໄນ ດາລູຊາລຳ ປະຈຳ ສປປ ລາວ,
ໃນວັນທີ
26
ມິຖຸນາ
2008
ທີ່ກະຊວງການຕ່າງປະເທດລາວ,
ທ່ານຮອງນາຍົກລັດຖະມົນຕີ ດຣ.ທອງລຸນ
ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານລາວ ກໍຄືປະຊາຊົນລາວ
ພ້ອມຈະສືບຕໍ່ການພົວພັນຮ່ວມມື
ຢ່າງໃກ້ຊິດ
ເພື່ອນຳຜົນປະໂຫຍດມາສູ່ສອງຝ່າຍ.
ທ່ານ ໂຈຮານ ຕານີ ອັບດຸນລາ
ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຮ່ວມມື
ໃນຂໍ້ຕົກລົງ
ທີ່ຕ່າງຝ່າຍຕ່າງໄດ້ໃຫ້ຄວາມສຳຄັນ ແລະ ໄດ້ຮັບຜົນສຳເລັດໃນຫລາຍດ້ານ
ຊຶ່ງໄດ້
ນຳຜົນປະໂຫຍດມາໃຫ້ປະຊາຊົນ
ກໍຄືຜົນປະໂຫຍດລວມຂອງສອງປະເທດ
ບຣູໄນ-ລາວ ແລະ ໃນຕໍ່ໜ້າທັງສອງຝ່າຍ
ກໍຈະໄດ້ມີຂໍ້ຕົກລົງການຮ່ວມມືວ່າດ້ວຍການສົ່ງເສີມ
ແລະ ປົກປ້ອງການ
ລົງທຶນ
ແລະ ຈະຮ່ວມປຶກສາຫາລືບັນຫາຕ່າງໆຕື່ມອີກ
ລະຫວ່າງສອງປະເທດ ເພື່ອຮັດແໜ້ນ
ການຮ່ວມມືອັນເປັນມູນເຊື້ອມາຍາວນານ.