ຈັດຕັ້ງການຈູດທຳລາຍຢາເສບຕິດໃນວັນຕໍ່ຕ້ານຢາເສບຕິດສາກົນ
ຢາເສບຕິດ ຫລາຍປະເພດ
ທີ່ເຈົ້າໜ້າທີ່ກ່ຽວຂ້ອງຢຶດໄດ້ໃນໄລຍະຜ່ານມາຈາກ
56
ກໍລະນີກ່ຽວ
ຂ້ອງກັບຜູ້ກະທຳຜິດ
ຈຳນວນ
92
ຄົນ,
ໃນນີ້ຍິງ
24
ຄົນ
ແລະ ໄດ້ຖືກສານຕັດສິນ
ໄປແລ້ວ.
ຢາເສບຕິດທີ່ຍຶດ ໄດ້ມີ ຢາບ້າຈຳນວນ
64,305
ກິໂລ
ເທົ່າກັບ
626.343
ເມັດ,
ຢາເຮໂຣອິນ
8
ແຫ່ງ ເທົ່າກັບ
3,040
ກິໂລ,
ຢາຝິ່ນ
980
ກລາມ,
ກັນຊາແຫ້ງ
411
ແທ່ງ ເທົ່າກັບ
822
ກິໂລ ໄດ້ຖືກນຳມາຈູດທຳລາຍຖິ້ມໃນວັນທີ
26
ມິຖຸນາ
2008
ຢູ່ທີ່ເດີນທາດຫລວງ,
ນະຄອນ
ຫລວງວຽງຈັນ
ເນື່ອງໃນໂອກາດວັນສາກົນຕໍ່ຕ້ານຢາເສບຕິດ ຄົບຮອບ
21
ປີ
(26/6/1987-26/6/2008),
ໂດຍມີ
ທ່ານ ສຸບັນ ສະຣິດທິຣາດ,
ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກ
ງານປະທານປະເທດ,
ປະທານຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາ
ເສບຕິດ,
ບັນດາລັດຖະມົນຕີວ່າການ ແລະ ຊ່ວຍວ່າການ,
ເຈົ້າຫນ້າທີ່ກ່ຽວຂ້ອງ,
ບັນດາທູຕາ
ນຸທູດ
ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ກ່ອນທີ່ຈະຈູດທຳລາຍຢາເສບຕິດນັ້ນ,
ທ່ານ
ສຸບັນ ສະຣິດທິຣາດ ໄດ້ກ່າວເຖິງການປະຕິບັດ
ນະໂຍບາຍຂອງພັກ
ແລະ ລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວຽກງານການກວດກາ
ແລະ ຄວບຄຸມຢາເສບຕິດຢູ່ ສປປ ລາວ ໃນໄລຍະຜ່ານມາ
ໂດຍເນັ້ນໜັກໃສ່ການຄວບຄຸມການຜະລິດ,
ການປູກພືດເສບຕິດ,
ການພັດທະນາຊົນນະບົດເພື່ອທົດແທນການປູກຝິ່ນ,
ການກວດກາ
ແລະ ຄວບຄຸມການຊົມໃຊ້ຢາເສບຕິດທີ່ຜິດກົດໝາຍ,
ການປິ່ນປົວບຳບັດ
ແລະ ຟື້ນຟູສຸຂະພາບໃຫ້ແກ່
ຜູ້ຕິດຢາ,
ການສ້າງຈິດສຳນຶກໃຫ້ແກ່ມວນຊົນ
ໂດຍເນັ້ນໜັກໃສ່ການສຶກສາ,
ປ້ອງກັນ,
ການສ້າງ
ຊຸມຊົນປອດຢາເສບຕິດ,
ການປ້ອງກັນ
ການໃຊ້ເຂັມສັກຢາຮ່ວມກັນ,
ພ້ອມທັງການປະຕິບັດມາດ
ຕະການທາງກົດໝາຍ,
ການຮ່ວມມືກັບບັນດາປະເທດໃກ້ຄຽງ
ແລະ ສາກົນ ເພື່ອປ້ອງກັນ
ແລະ ປາບປາມຜູ້ດື້ດ້ານກະທຳຜິດທີ່ລັກລອບຄ້າຂາຍຢາເສບຕິດໂດຍການນຳໃຊ້ກົດໝາຍວ່າດ້ວຍ
ຢາ
ເສບຕິດ
ສະປັບໃໝ່.
ນອກນີ້,
ທ່ານ
ຍັງໄດ້ກ່າວເຖິງທິດທາງ ແລະ ການສ້າງແຜນແມ່ບົດຄົບຊຸດໃນການກວດກາ
ແລະ ຄວບຄຸມຢາເສບຕິດສະບັບໃໝ່
ທີ່ມີກຳນົດຈັດຕັ້ງປະຕິບັດແຕ່ປີ
2009
ຫາ
2013
ຊຶ່ງໃນປະຈຸບັນ
ພວມດຳເນີນການຂັ້ນຕອນປຶກສາຫາລືຮ່ວມກັນ.