ສົມເດັດ ຣາຊາທິບໍດີ ແຫ່ງມາເລເຊຍ ຢ້ຽມຢາມ ທາງລັດຖະກິດ
ສປປ ລາວ
.jpg)
ສົມເດັດ ເສຣີ ພາດູກາ ບາຈິນດາ ອານວາທີກູ ບິນລາ ຕວນກູ
ມີຊານ ໄຊນານ ອາບີດິນ ອິມນີ ອານມາຣຶມ ຊຸນຕານ ມາມູດ
ອານມຸກຕາຟີ ບີນລາຊາ, ຣາຊາທິບໍດີ ອົງທີ 13 ແຫ່ງ
ມາເລເຊຍ ພ້ອມອັກຄະມະເຫສີ ແລະ ຄະນະໄດ້ສະເດັດມາຢ້ຽມຢາມ
ທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 26 ເຖິງ 28 ພຶດສະພາ
2008, ຕາມຄຳເຊື້ອເຊີນຂອງ ພະນະທ່ານ ຈູມມາລີ ໄຊຍະສອນ,
ປະທານປະເທດ ແຫ່ງ ສປປ ລາວ, ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ
ໃນປະຫວັດ ສາດແຫ່ງການພົວພັນຂອງສອງປະເທດ ແລະ ມີຂຶ້ນໃນທ່າມກາງບັນຍາກາດແຫ່ງສາຍພົວພັນ
ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດມີບາດກ້າວຂະຫຍາຍຕົວ.
ພາຍຫລັງເດີນທາງມາເຖິງນະຄອນຫລວງວຽງຈັນ, ພິທີຕ້ອນຮັບຢ່າງເປັນທາງການ
ໄດ້ຈັດ ຂຶ້ນຢ່າງສົມກຽດ ແລະ ສະຫງ່າລາສີ ທີ່ ຫໍຄຳ
ນຳໂດຍ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ
ສປປ ລາວ ພ້ອມດ້ວຍຄະນະປະຈຳສະພາແຫ່ງຊາດ, ຄະນະລັດຖະບານ,
ນາຍທະຫານ, ນາຍຕຳຫລວດ, ຫົວໜ້າບັນດາອົງການຈັດຕັ້ງ
ມະຫາຊົນຂັ້ນສູນກາງ ແລະ ຜູ້ຕາງ ໜ້າມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມ.
ການພົບປະມິດຕະພາບ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ
26 ພຶດສະພາ 2008 ໂດຍ ພະນະທ່ານ ຈູມມາລີ ໄຊຍະສອນ ໄດ້ກ່າວສະແດງຄວາມຂ່ຳນັບຮັບຕ້ອນຢ່າງອົບອຸ່ນ
ແລະ ກ່າວ ເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມຄັ້ງ
ປະຫວັດສາດນີ້ ອັນໄດ້ສ້າງຂີດໝາຍໃໝ່ ແຫ່ງການ ຮັດແໜ້ນສາຍພົວພັນມິດຕະພາບ
ແລະ ເພີ່ມທະວີການຮ່ວມມືລະ ຫວ່າງສອງປະເທດ ໃຫ້ກ້າວ
ຂຶ້ນສູ່ຈຸດສູງອັນໃໝ່, ພ້ອມກັນນັ້ນ ປະມຸກລັດທັງສອງ
ກໍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ສາຍພົວພັນ ມິດຕະພາບ
ແລະ ການຮ່ວມມືອັນທີ່ມີມາລະຫວ່າງສອງປະເທດ ແລະ
ປະຊາຊົນສອງຊາດ ລາວ ແລະ ມາເລເຊຍ ທີ່ນັບມື້ນັບເພີ່ມທະວີຍິ່ງຂຶ້ນ.
ຜູ້ນຳທັງສອງ ຍັງຕີລາຄາຕໍ່ໝາກຜົນຂອງການຮ່ວມ ມືຊ່ວຍເຫລືອຊຶ່ງກັນແລະກັນ
ໃນດ້ານຕ່າງໆ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງ
ທັງ ສອງປະເທດ. ສົມເດັດ ຣາຊາທິບໍດີ ແຫ່ງ ມາເລເຊຍ
ໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ຈູມມາລີ ໄຊຍະສອນ,
ປະທານປະເທດ ແຫ່ງ ສປປ ລາວ, ລັດຖະ ບານ ແລະ ປະຊາຊົນລາວ
ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ
ສົມກຽດ ແກ່ພະອົງ ແລະ ຄະນະ ໃນ ຄັ້ງນີ້.
ໃນຕອນບ່າຍຂອງວັນດຽວກັນ ພະນະທ່ານ ທອງສິງ ທຳມະວົງ,
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ
ສົມເດັດ ຊຸນຕານ ມີຊານ ໄຊນານ ອາບີດິນ ທີ່ ໂຮງແຮມ
ດອນຈັນ ພາເລດ ແລະ ໃນຕອນເຊົ້າວັນທີ 27 ພຶດສະພາ 2008
ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ກໍໄດ້ເຂົ້າຢ້ຽມຂ່ຳນັບ ຣາຊາທິບໍດີ ແຫ່ງ ມາເລເຊຍ. ການໂອ້ລົມ
ລະຫວ່າງແຂກ ແລະ ເຈົ້າພາບ ໄດ້ເຕັມໄປດ້ວຍບັນຍາກາດແຫ່ງໄມ
ຕີຈິດ ມິດຕະພາບ.
ໃນໂອກາດຢ້ຽມຢາມ ສປປ ລາວ ທາງລັດຖະກິດ ສົມເດັດ ອານ ວາທີກູ
ບິນລາ ຕວນກູ ມີຊານ ໄຊນານ ອາບີດິນ, ຣາຊາທິບໍດີ ແຫ່ງ
ມາເລເຊຍ ພ້ອມຄະນະ ຍັງໄດ້ໄປຢ້ຽມຊົມ ຫໍພິພິ ທະພັນ ໄກສອນ
ພົມວິຫານ, ພະທາດຫລວງວຽງຈັນ ອັນເປັນມິ່ງຂວັນຂອງປະຊາຊົນລາວ
ແລະ ຢ້ຽມຊົມຮ້ານຫັດຖະກ ຳເອກະລັກລາວ.
ໃນຕອນຄ່ຳ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ
ສປປ ລາວ ໄດ້ຈັດງານລ້ຽງຮັບຮອງທີ່ໂຮງແຮມ ລາວພລາຊາ
ເພື່ອເປັນກຽດແກ່ ສົມເດັດ ຊຸນຕານ ມີຊານ ໄຊນານ
ອາບີດິນ, ຣາຊາທິບໍດີ ແຫ່ງ ມາເລເຊຍ ພ້ອມດ້ວຍຄະນະ
ແລະ ຕິດຕາມດ້ວຍການ ຊົມລາຍການ ສິລະປະຂອງລາວ ຢ່າງຄຶກຄື້ນ.