ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ທ່ານປະທານປະເທດໃຫ້ຄຳຕອບສຳພາດຕໍ່ນັກຂ່າວຍີ່ປຸ່ນ
ໃນວາລະເຂົ້າຮ່ວມກອງປະຊຸມ ສາກົນ ຢູ່ ປະເທດຍີ່ປຸ່ນ

ໃນລະຫວ່າງການເຂົ້າຮ່ວມກອງປະຊຸມສາກົນ ຊຶ່ງ ຫນັງສືພິມ ເສດຖະກິດຍີ່ປຸ່ນ “ ນິກເກອິ” ເປັນເຈົ້າພາບ ຈັດຂຶ້ນ ທີ່ໂຕກຽວ, ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 22-23 ພຶດສະພາ 2008, ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕອບຄຳສຳພາດ ຂອງ ສື່ມວນຊົນຍີ່ປຸ່ນ ຊຶ່ງມີເນື້ອ ໃນດັ່ງນີ້:

ຄຳຖາມ: ໃນອະນາຄົດອັນໃກ້ນີ້ ສັນຍາວ່າດ້ວຍການເປີດກວ້າງ, ສົ່ງເສີມ ແລະ ປົກປ້ອງການ ລົງທຶນ ລະຫວ່າງ ລາວ ແລະຍີ່ປຸ່ນ ຈະມີຜົນບັງຄັບໃຊ້ຢ່າງເປັນຮູບປະທຳ. ຕໍ່ບັນຫາດັ່ງກ່າວ, ທ່ານ ຄາດຫວັງ ກັບສັນຍານີ້ຄືແນວໃດ?

(In the near future, the agreement between Japan and the Lao PDR for the
liberalization, promotion and protection of investment shall go into effect.
What do you expect for this investment pact with Japan?)

ຄຳຕອບ: ສັນຍາວ່າດ້ວຍການເປີດກວ້າງ, ສົ່ງເສີມ ແລະ ປົກປ້ອງການລົງທືນ ລະຫ່ວາງ ລາວ ແລະ ຍີ່ປຸ່ນ ໄດ້ເຊັນກັນໃນວັນທີ 16/01/2008 ເປັນສັນຍາທີ່ມີລັກສະນະຕັ້ງໜ້າ ແລະ ສ້າງສັນ ແລະ ມີຈຸດ ພິເສດຕ່າງ ສັນຍາອື່ນທີ່ລາວໄດ້ເຊັນກັບ 24 ປະເທດ. ການເຊັນສັນຍາດັ່ງກ່າວໄດ້ເປັນນິມິດໝາຍອັນສຳຄັນຂອງ ປະຫວັດສາດ, ເພື່ອຮັດແໜ້ນສາຍສຳພັນຂອງປະຊາຊົນທັງສອງປະເທດ, ສົ່ງເສີມການຄ້າ, ການລົງທຶນ ໂດຍສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໂດຍສະເພາະ ເປັນການຮັບປະກັນໃຫ້ແກ່ການລົງທຶນຂອງ ຍີ່ປຸ່ນ ຢູ່ ລາວ ໃນປະຈຸບັນ ແລະ ອະນາຄົດ ວ່າໄດ້ຮັບການປະຕິບັດຢ່າງສະເໜີພາບຄືກັນກັບຄົນພາຍ ໃນຊາດ (National Treatment) ຫລື ປະເທດອື່ນໆ (Most Favor Nation Treatment) ໄດ້ສ້າງຕັ້ງ ຄະນະກຳມະການ ຮ່ວມ (Joint Committee) ເພື່ອສຶກສາຊອກຊ່ອງທາງໃນ ການລົງທຶນຮ່ວມກັນ. ວຽກ ງານການສົ່ງເສີມການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນທີ່ສຸດ ໃນການປະກອບສ່ວນເຂົ້າໃນການຈັດຕ້ງປະຕິບັດ ແຜນ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດກໍ່ຄື ການປະຕິບັດຄາດໝາຍສູ້ຊົນແຕ່ນີ້ເຖິງປີ 2020 ເພື່ອເຮັດໃຫ້ປະເທດລາວຫລຸດ ພົ້ນອອກຈາກຄວາມດ້ອຍ ພັດທະນາ ເປັນຕົ້ນແມ່ນການດຶງດູດ ແລະ ລະດົມແຫຼ່ງທຶນຈາກນັກລົງທຶນຕ່າງປະເທດເຂົ້າໃນການ ພັດທະນາໂຄງການຕ່າງໆຢູ່ພາຍໃນຂອບເຂດທົ່ວປະເທດເພື່ອປະຕິບັດຕາມທິດ ທາງ ແຜນການຂອງພັກ ແລະ ລັດຖະບານ ກໍ່ຄື ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະ ເທດເຮົາຕັ້ງແຕ່ປີ 2006​-2010, ຊຶ່ງໄດ້ວາງ ຕົວເລກຄາດໝາຍໄວ້ວ່າຈະຕ້ອງດຶງດູດ ການລົງທຶນຂອງຕ່າງປະເທດ ເຂົ້າມາລົງທຶນ ໃນປະເທດເຮົາໃຫ້ໄດ້ 12.2% ຂອງ GDP ຫລື ປະມານ 2.34 ຕື້ໂດລາ ສະຫະລັດ (ຫລືສະເລ່ຍ ປີລະປະມານ 500​-600 ລ້ານໂດລາສະຫະລັດ) ເຖິງປະຈຸບັນຄາດໝາຍ ແລະ ຍຸດທະສາດການສົ່ງເສີມ ການລົງທຶນ ສັງເກດ ເຫັນວ່າສະພາບການລົງທຶນຕ່າງປະເທດໃນ ສປປ ລາວ ໂດຍລວມມີແນວໂນ້ມເພີ່ມ ຂຶ້ນ ໃນແຕ່ລະປີຢ່າງຕໍ່ເນື່ອງ, ເຊິ່ງສະແດງໃຫ້ເຫັນໃນຕົວເລກການລົງທຶນ ຕັ້ງ ແຕ່ ປີ 2000 ເຖິງ ເດືອນ 3/2007 ດັ່ງນີ້: ໂຄງ​ການ​ລົງທຶນ​ຕ່າງປະ​ເທດ​ ມີ​ຈຳ​ນວນ 975 ​ໂຄງການ, ມີ​ມູນ​ຄ່າ​ການ​ລົງທຶນ 6.248 ລ້ານ​ໂດ​ລາ ​ໃນ​ນັ້ນມີ: ຂະ​ແໜງພະລັງງານ​ໄຟຟ້າ​ມີ: 40 ​ໂຄງການ ມີ​ມູນ​ຄ່າ 3.294 ລ້ານ​ໂດ​ລາ; ຂະ​ແໜງ ກະສິກຳມີ: 155 ​ໂຄງການ ມີ​ມູນ​ຄ່າ 778 ລ້ານ​ໂດ​ລາ; ຂະ​ແໜງບໍ່​ແຮ່ມີ ຈຳນວນ: 138 ​ໂຄງການ ມີ​ມູນ​ຄ່າ 605 ລ້ານ​ໂດ​ລາ.

ໂດຍ​ລວມການ​ລົງທຶນ​ຂອງ ຍີ່ປຸ່ນ ຢູ່ ສປປ ລາວ ​ໄດ້​ມີ​ການ​ລົງທຶນໃນ​ຂະ​ແໜງຕ່າງໆເຊັ່ນ: ກະສິກຳ, ຕັດຫຍິບ, ອຸ​ດສາ​ຫະກຳ ແລະ ຫັດຖະກຳ, ອຸດສາຫະກຳ​ໄມ້, ການ​ຄ້າ, ຮ້ານອາຫານ ​ແລະ ​ໂຮງ​ແຮມ, ທີ່​ປຶກສາ, ບໍລິການ, ການກໍ່ສ້າງ ​ແລະ ພະລັງງານ​ເປັນຕົ້ນ, ມີ​ມູນ​ຄ່າ​ປະມານ 400 ກວ່າ​ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ເຫັນ​ວ່າ​ຈຳນວນ​ໂຄງ ການ​ລົງທຶນ ຢູ່ ສປປ ລາວ ຍັງ​ບໍ່ຫລາຍ ​ແລະ ຍັງ​ບໍ່ພົ້ນ​ເດັ່ນ​ເທົ່າ​ທີ່​ຄວນ.

ຄຳຖາມ: ລັດຖະບານ ສປປ ລາວ ​ໄດ້ວາງຄຳຂວັນ “ໂອກາດທອງຂອງການລົງທືນໃນ ສປປ ລາວ”. ຕໍ່ຂົງເຂດອຸດສະຫະກຳ, ທ່ານ​ມີຄວາມຄາດຫວັງ ກ່ຽວກັບບໍລິສັດຂອງ​ຍີ່ປຸ່ນ​ປະເພດໃດໃນການທີ່ ຈະເຂົ້າມາດຳເນີນ​ທຸລະ​ກິດ ຢູ່​ປະ​ເທດ​ຂອງທ່ານ?

(Lao PDR Government as help up the salogan “golden chance” of
investment. In industrial field, what kinds of Japanese Companies are
expected to launch into your country?)

ຄຳຕອບ: ສປປ ລາວ ​ເປັນ​ປະ​ເທດໜຶ່ງທີ່​ມີ​ທ່າ​ແຮງໃນການ​ພັດທະ​ນາ ​ດ້ານ​ອຸດສາຫະກຳ​ຕ່າງໆ ​ເນື່ອງ​ຈາກ​ເປັນ​ປະ​ເທດ​ທີ່​ມີ​ຊັບພະຍາກອນ​ທຳ​ມະ​ຊາດອຸດົມສົມບູນ​ເຊັ່ນ: ມີ​ພື້ນ​ທີ່​ກວ້າງຂວາງ ​ແລະ ອຸດົມ ສົມບູນ ເໝາະສຳລັບ​ການ​ພັດທະນາ​ດ້ານ​ອຸດສາຫະ ກຳການ​ກະ​ເສດ, ມີ​ຊັບພະຍາກອນ​ແຮ່ທາດ​ຊະນິດ​ຕ່າງໆ ​ເໝາະສຳລັບ​ການ​ພັດທະນາ​ ດ້ານ​ອຸດສາຫະກຳ​ບໍ່​ແຮ່​ເຊັ່ນ: ການ​ສ້າງ​ໂຮງງານ​ຫຼອມ​ເຫຼັກ, ທອງ, ຄຳ ​ແລະ ອື່ນໆ ​ເປັນຕົ້ນ.ມີ​ຊັບພະຍາກອນ​ນ້ຳຫຼວງຫຼາຍ ​ເຊິ່ງ​ເໝາະສຳລັບ​ການ​ພັດທະນາ​ການ​ກະ​ເສດ ​ແລະ ການ​ສ້າງ​ ເຂື່ອນ​ໄຟຟ້າ​ພະລັງງານ​ນ້ຳ(Hydro Power) ​ເຊິ່ງມີ​ກຳລັງ​ຕິດຕັ້ງ​ເຖິງ 23.000 ​ເມ​ກາ​ວັດ (MV). ມີ​ປ່າ​ໄມ້ ກວມ​ເອົາ​ເນື້ອທີ່ຫລາຍ​ກ່ວາ 2/3 ຂອງ​ເນື້ອທີ່​ທັງໝົດຂອງ​ປະ​ເທດ, ມີ​ເຄື່ອງ​ປ່າ​ຂອງ​ດົງນາໆຊະນິດ ​ເໝາະ​ ແກ່​ອຸດສະຫະກຳ ປຸງ​ແຕ່ງ​ດ້ານ​ກະ​ເສດ​ເພື່ອ​ສົ່ງ​ອອກ. ​ເນື່ອງ​ຈາກ​ປະ​ເທດ​ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ພັດທະນາ​ດ້ານ​ ເຕັກໂນໂລຊີ ​ໃນ​ດ້ານ​ອຸດສາຫະກຳ​ຕ່າງໆ ການ​ສົ່ງ​ເສີມທຸລະ​ກິດ​ຂະໜ​າດ​ກາງ-ນ້ອຍ ສຳ​ເລັດ ​ແລະ ລາວ​ ເອງ​ກໍເປັນ​ປະ​ເທດໜຶ່ງ ທີ່​ມີ​ທີ່​ຕັ້ງຍຸດ​ທະ​ສາດ​ສຳຄັນ​ໃນ​ດ້ານ​ເສດຖະກິ​​ດ ​ແລະ ການ​ເມືອງ, ມີ​ຊັບພະຍາກອນ ​ຫລາກ​ຫລາຍ ​ແລະ ອຸດົມສົມບູນ ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ນັ້ນ, ​ເຊິ່ງຂ້າພະ​ເຈົ້າ​ຄາດ​ວ່າຈະ​ເປັນ​ນິມິດໝາຍ ອັນ​ສຳຄັນ​ໃນ​ປະຫວັດສາດ ແລະ ຈະ​ຊຸກຍູ້​ສົ່ງ​ເສີມການ​ຄ້າ ​ແລະ ການ​ລົງ ທຶນຈາກ​ປະເທດຍີ່ປຸ່ນ ໃຫ້ມີ​ ຄວາມ​ສົນໃຈ​ດ້ານການ​ຄ້າ ​ແລະ ການ​ລົງທຶນຫລາຍ​ຂຶ້ນ. ສະນັ້ນ, ຂ້າພະ​ເຈົ້າ​ເຫັນ​ວ່າ ​ໃນ​ບາງ​ຂະ​ແໜງທີ່​ ເປັນອຸດສາ​ຫະກຳ ການ​ຜະລິດ​ທີ່​ຕໍ່​ເນື່ອງ ​ເພື່ອ​ເປັນ​ວັດຖຸ​ດິບໃຫ້​ອຸດສາຫະກຳ​ອີກ​ປະ​ເພດໜື່ງ ​ເປັນຕົ້ນ ອຸດສາຫະກຳ​ການ​ປຸງ​ແຕ່ງ​ດ້ານ​ກະ​ເສດເພື່ອ​ສົ່ງ​ອອກ ຈະ​ເປັນ​ກາລະ​ໂອກາດ​ດີ ​ແລະ ​ເໝາະສົມ​ເພື່ອ​ສົ່ງ​​ເສີມ ດ້ານ​ການ​ລົງ​ທຶນ​ຂອງ​ຍີ່ປຸ່ນ ໃນ​ຂະ​ແໜງການ​ດັ່ງກ່າວ​ນີ້. ປະ​ເທດ​ຍີ່ປຸ່ນ​ກໍມີ​ບົດບາດ​ສຳຄັນ ​ໃນ​ການ​ຊຸກຍູ້​ສົ່ງ​ ເສີມ​ການ​ພັດທະນາ ​ແລະ ກໍ່ສ້າງ​ໂຄງການໂຄງ​ລ່າງ​ພື້ນຖານຕ່າງໆ​ໃນ​ຂອບ​ເຂດ​ຂອງ​ການຮ່ວມມື GMS ການຮ່ວມມື​ຂອງ​ບັນດາ​ປະ​ເທດ​ລຸ່ມ​ແມ່ນ້ຳ​ຂອງ. ສະນັ້ນ, ​ເພື່ອ​ສານ​ຕໍ່​ເຮັດ​ໃຫ້ການ​ພັດທະນາ​ຢ່າງຮອບດ້ານ ​ເຫັນ​ວ່າ​ນັກ​ລົງທຶນ​ຍີ່ປຸ່ນ ຄວນ​ຈະພິຈາລະ​ນາ​ຢ່າງ​ຈິງ​ຈັງ​ຕໍ່ກາລະ​ໂອ ກາດ​ທອງໃນ​ການ​ລົງທຶນ​ຢູ່​ຂົງ​ເຂດ​ນີ້.

ຄຳຖາມ ອຸດສາຫະກຳໃນຂະແໜງຊັບພະຍາກອນທຳມະຊາດໃນ ສປປ ລາວ ແມ່ນໄດ້ມີການພັດ ທະນາໄວ, ດັ່ງນັ້ນ ທ່ານມີແຜນການແນວໃດແດ່ ໃນການຊຸກຍູ້ຂະຫຍາຍສູນກາງການຜະລິດອຸດສະຫະ ກຳໃນຂະແໜງການດັ່ງກ່າວໃນຕໍ່ໜ້າ?
(The industries in the natural resource field have quickly developed in Lao PDR. Do you have any plans to encourage industries centering on natural resources from now on?)

ຄຳຕອບ: ແຜນ​ພັດທະນາ​ອຸດສາຫະກຳ ​ໃນ​ສາຂາຊັບພະຍາກອນ​ທຳ​ມະ​ຊາດ ​ໃນ ສປປ ລາວ ມີ​ດັ່ງນີ້:ແຜນ​ພັດທະນາ​ອຸດສາ​ຫະ​ແຕ່​ປີ 2006 ຫາ 2010 ​ແມ່ນ​ສ້າງ​ໃຈກາງ​ອຸດສາຫະກຳ​ຢູ່​ສາມ​ເຂດ, ສ້າງ​ກຳ​ລັງ​ແຮງກ້າວ​ກະ​ໂດດ​ໃນ​ການ​ຂະຫຍາຍຕົວ​ຂອງ​ຂະ​ແໜງນີ້ບົນ​ພື້ນຖານ​ການພັດທະນາ​ຕົວ​ເມືອງທີ່​ມີພື້ນ ຖານ​ໂຄງ​ລ່າງ ​ແລະ ການ​ບໍລິການ​ທີ່​ທັນ​ສະ​ໄຫມ. ລົງທຶນໂດຍມີ​ຈຸດ​ສຸມຢູ່​ໃນ​ຂະ​ແໜງອຸດສາຫະກຳ ​ໂດຍ​ ສະ​ເພາະ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ເພີ່ມເຊັ່ນ: ​ໄຟຟ້າ, ການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່ທາດ ( ຄຳ, ​ເຫລັກ, ​ໂບຊິດ ​ແລະ ອື່ນໆ ), ການ​ຜະ ລິດ​ວັດ​ສະ​ດຸກໍ່ສ້າງ ​ແລະ ອື່ນໆ ​ເພື່ອ​ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ການ​ຂະຫຍາຍ​ ເສດຖະກິດ​ຂອງ​ເຂດ​ແຄ້ວ​ນ, ພ້ອມ​ດຽວກັນນັ້ນກໍ່ຊຸກຍູ້ ​ແລະ ກະຈາຍ​ການ​ພັດທະນາ​ຢູ່​ເຂດ​ໃກ້​ຄຽງ ທີ່​ມີ​ທ່າ​ ແຮງທາງ​ວັດຖຸ​ດິບ ​ເຊັ່ນ: ພາກ​ເໜືອ, ສຸມ​ໃສ່​ສູນ​ພັດທະນາ​ເຂດ​ອຸດສາຫະກຳ ຢູ່​ແຂວງຫລວງ​ນ້ຳ​ທາ ​ໂດຍ ​ເລັ່ງ​ໃສ່​ຂະ​ແໜງການ​ປາຍ​ແຫລມ​ທຸກ​ປະ​ເພດ ເຊັ່ນ: ອຸດສາຫະກຳ​ຂຸດ​ຄົ້ນ​ແຮ່ທາດ (ຖ່ານ​ຫີນ, Antimony, ​ເກືອ, ທອງ), ອຸດສາຫະກຳ​ປຸງ​ແຕ່ງ​ໄມ້ ​ແລະ ອື່ນໆ. ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ລົງທຶນຂຸດ​ຄົ້ນ​ຄຳ, ທອງ, ​ແຮ່​ເຫລັກ ຢູ່​ແຂວງ​ຊຽງຂວາງ ​ແລະ ບໍ່ແກ້ວ, ຖ່ານ​ຫີນ ຢູ່ ​ແຂວງ​ຊຽງຂວາງ, ຜົ້ງ​ສາລີ, ສັງກະສີ, ບົກ​ຊິດ ຢູ່ ​ແຂວງ ຜົ້ງ​ສາລີ ​ແລະ ຫີນ​ປະ​ເສີດ ຢູ່ ​ແຂວງ ບໍ່ແກ້ວ, ສົ່ງ​ເສີມ​ການ​ລົງທຶນ​ກໍ່ສ້າງ​ໂຮງງານ​ຊີ​ມັງ ​ໃຫ້​ບັນລຸ​ໄດ້ 80 ພັນ​ໂຕນ ຕໍ່ປີ ​ແລະ ​ໂຮງງານ​ໄຟຟ້າ ຢູ່​ແຂວງ ​ອຸດົມ​ໄຊ; ​ເຂື່ອນ​ໄຟຟ້າ​ນ້ຳຕົກ (ນ້ຳ​ທາ) ຢູ່​ແຂວງ​ຫຼວງນ້ຳ​ທາ, ​ເຂື່ອນ​ໄຟຟ້າ​ ນ້ຳຕົກ (ນຳ​ຊຽງ) ຢູ່​ແຂວງ ຫລວງ​ພະ​ບາງ. ພາກ​ກາງ: ຊຸກຍູ້​ການລົງທຶນກໍ່ສ້າງ​ ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 2, ນ້ຳ​ງື່ມ 2 ​ແລະ ​ເຊບັ້ງຫຽງ ​ແລະ ອື່ນໆ. ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃສ່​ຂະ​ແໜງບໍ​ແຮ່ ​ເຊັ່ນ: ຂຸດ​ຄົ້ນ​ຄຳ, ທອງ​ແດງ, ​ເຫລັກ, ຖ່ານ​ຫີນ, ບາ​ລິດ ​ແລະ ສ້າງ​ໂຮງງານ​ຊີມັງ​ວຽງຈັນ ( 2 ​ແສນ​ໂຕນຕໍ່ປີ ), ​ໂຮງ ງານຊີມັງ​ ແຂວງສະຫວັນ​ນະ​ເຂດ ( 1 ​ແສນ​ໂຕນຕໍ່ປີ ) ແລະ ພາກ​ໃຕ້: ພັດທະນາ​ອຸດສາຫະກຳ​ໄຟຟ້າ ​ແລະ ການ​ຂຸດ​ຄົ້ນ​ບໍແຮ່ ​ເຊັ່ນ: ການ​ກະກຽມການ​ສ້າງ​ໂຄງການ​ເຂື່ອນ​ໄຟຟ້າ ​ເຊ​ເສດ 2 (​ແຂວງ ສາລະ​ວັນ), ​ເຊ​ກອງ 3, ​ເຊ​ກອງ 4 ​ແລະ ​ເຊ​ກອງ 5, ບັນດາ​ໂຄງການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ທອງ​ແດງ, ບົກ​ຊິດ, ຖ່ານ​ຫີນ ​ແລະ ຄຳ (ຢູ່ ​ແຂວງ ​ເຊ​ກອງ, ສາລະ​ວັນ ​ແລະ ຈຳປາ​ສັກ). ​ແລະ ຂຸດ​ຄົ້ນ​ວັດຖຸ​ດິບ ​ເພື່ອ​ສາ ມາດ​ສະໜອງ​ໃຫ້​ແກ່​ໂຮງງານຊີມັງ ສາລະ​ວັນ ​ແລະ ຈຳປາ​ສັກ ​ໃຫ້​ສາມາດ​ຜະລິດ​ໄດ້​ເຕັມ​ກຳລັງ​ການ ​ຜະລິດ.

__________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la