ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ

ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້ສະ​ແດງຄວາມ​ເສົ້າ​ສະຫລົດ​ໃຈ​ຜ່ານ​ທາງ​ໂທລະ​ເລກ​ເຖິງ ພະນະ​ທ່ານ ລີ ມຽງ​ບັກ, ປະທານາທິບໍດີ​ແຫ່ງ ສ.​ເກົາຫລີ ​ເຊິ່ງມີ​ເນື້ອ​ໃນ​ສຳຄັນ​ວ່າ: ຂ້າພະ​ເຈົ້າ​ຮູ້ສຶກ​ເສົ້າ​ສະຫລົດ​ໃຈ​ທີ່​ໄດ້​ຮັບ​ຊາບ​ຂ່າວ​ ການ​ມໍລະນະ​ກຳ​ຂອງ ພະນະ​ທ່ານ ​ໂຣມູຮຸນ, ອະດີດ​ປະທານາທິບໍດີ​ແຫ່ງ ສ.​ເກົາຫລີ ​ເມື່ອ​ວັນ​ທີ 23 ພຶດສະພາ 2009 ທີ່ຜ່ານ​ມາ.

​ໃນ​ນາມ​ລັດຖະບານ​ແຫ່ງ ສປປ ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າັຂໍ​ແບ່ງ​ເບົາ​ຄວາມທຸກ​ໂສກ ​ແລະ ສະ​ແດງ​ຄວາມ​​ເຫັນອົກ ​ເຫັນ​ໃຈ ມາ​ຍັງ​ລັດຖະບານ ​ແລະ ປະຊາຊົນ ສ.​ເກົາຫລີ ​ເພື່ອ​ນມິດ ກໍ່​ຄື​ມາ​ຍັງ​ສະມາຊິກ​ຄອບຄົວ​ຂອງ ພະນະ​ທ່ານ ​ໂຣມູຮຸນ ຕໍ່​ການ​ສູນ ​ເສຍ​ໃນຄັ້ງ​ນີ້​ດ້ວຍ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la