ຜູ້ນຳລາວ ສົ່ງສານອວຍພອນວັນຊາດ ສ.ຈໍເຈຍ ແລະ ສ.ອາເຊັກໄບຊານ
ເນື່ອງໃນໂອກາດວັນຊາດແຫ່ງ ຈໍເຈຍ ແລະ ສ.ອາເຊກໄບຊານ, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ມິຄາອິນ ຊາກາສວິລີ, ປະທານາທິບໍດີແຫ່ງ ຈໍເຈຍ; ພະນະທ່ານ ອິນຮາມ ອາລີເຢບ, ປະທານາທິບໍດີແຫ່ງ ສ.ອາເຊກໄບຊານ ຕາມລຳດັບ ເຊິ່ງສານມີເນື້ອໃນວ່າ:
ເນື່ອງໃນໂອກາດວັນຊາດແຫ່ງ ຈໍເຈຍ ແລະ ອາເຊັກໄບຊານ ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງ ຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນຈໍເຈຍ ແລະ ປະຊາຊົນ ອາເຊັກໄບຊານ ເພື່ອນມິດທຸກຖ້ວນໜ້າ, ຂ້າພະເຈົ້າ ຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ຈໍເຈຍ; ສປປ ລາວ ແລະ ສ.ອາເຊັກໄບຊານ ຈະໄດ້ຮັບການສືບຕໍ່ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດສອງຊາດ ພວກເຮົາ ແລະ ເພື່ອສັນຕິພາບໂລກ.
ນອກຈາກນີ້, ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ນິກໂກໂລສ ກີລໍຣິ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ກຣີໂກ ວາຊາດເຊ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຈໍເຈຍ; ພະນະທ່ານ ອາຣຕູນ ຣາຊີຊາເດ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ເອນມາຣ ມາເມດຢາໂຣບ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ອາເຊັກໄບຊານ ຕາມລຳດັບເຊັ່ນດຽວກັນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la