ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ ນາຍົກລັດຖະມົນຕີ​ແຫ່ງ ສ.​ເນ​ປານ ຄົນ​ໃໝ່

​ໃນ​ວັນ​ທີ 27 ພຶດສະພາ 2009, ພະນະ​ທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກ​ລັດ​ຖະມົນຕີ​ແຫ່ງ ສປປ ລາວ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ ພະນະ​ທ່ານ ມັດ​ຮັບ ກຸ​ມາ, ນາຍົກ​ລັດ​ຖະມົນຕີ​ແຫ່ງ ສ.​ເນ​ປານ ທີ່​ກັດ​ມັນ​ດູ ​ເຊິ່ງມີ​ເນື້ອ​ໃນ​ສຳຄັນ​ດັ່ງ​ນີ້: ພະນະ​ທ່ານ ​ເນື່ອງ​ໃນ​ໂອກາດ​ ທີ່​ພະນະ​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ ນາຍົກລັດຖະມົນຕີ​ແຫ່ງ ສ.​ເນ​ປານ, ​ໃນ​ນາມ​ລັດຖະບານ​ ​ແລະ ປະຊາຊົນ​ແຫ່ງ ສປປ ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ພະນະ​ທ່ານ, ຂໍ​ໃຫ້​ພະນະ​ທ່ານ​ຈົ່ງ​ມີ​ພະ​ລາ​ນາ​ໄມ​ ສົມບູນ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ສະຫງ່າ​ງາ​ມ​ໃນ​ການ​ດຳ​ເນີນ​ພາລະກິດ​ອັນ​ສູງ​ສົ່ງ​ຂອງ​ພະນະ​ທ່ານ.

ຂ້າພະ​ເຈົ້າ​ຫວັງ​ວ່າ ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ກັບ​ພະນະ​ທ່ານ ​ໃນ​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ ສອງ​ປະ​ເທດ​ເຮົາ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງຊາດ ລາວ ​ແລະ ​ເນ​ປານ ກໍ່​ເພື່ອ​ພາລະກິດ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​​ໃນ​ໂລກ.

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la