ໜ້າທຳອິດ
|
ກະຊວງ |ບົດປາໃສ
|
ນະໂຍບາຍການຕ່າງປະເທດ |
ສາຍພົວພັນການທູດ
|
ກ່ຽວກັບ ສົນທິສັນຍາ
|
ຂ່າວຕ່າງໆ |
ກ່ຽວກັບກົງສູນ
ຕາງໜ້າລັດຖະບານລາວ ເຊັນປຶ້ມໄວ້ອາໄລເຖິງອະດີດປະທານາທິບໍດີ ສ.ເກົາຫລີ
ໃນວັນທີ 27 ພຶດສະພາ 2009, ຕາງໜ້າໃຫ້ລັດຖະບານລາວ, ພະນະທ່ານ ພົງສະຫວັດ
ບຸບຜາ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມພິທີໄວ້ອາໄລ
ແລະ ເຊັນປຶ້ມບັນທຶກເຖິງດວງວິນຍານຂອງ ສະຫາຍ ໂຣມູຮຸນ, ອະດີດປະທານາທິບໍດີແຫ່ງ
ສ.ເກົາຫລີ ທີ່ໄດ້ເສຍຊີວິດເມື່ອວັນທີ 23 ພຶດສະພາ 2009 ຜ່ານມາ, ຊຶ່ງພິທີໄວ້ອາໄລ
ແລະ ເຊັນປຶ້ມໄດ້ຈັດຂຶ້ນທີ່ ສຳນັກງານສະຖານທູດ ສ.ເກົາຫລີ ທີ່ນະຄອນຫລວງວຽງຈັນ.