ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ພະນະທ່ານປະທານປະເທດເຮົາ ສົ່ງສານຊົມເຊີຍ ປະທານາທິບໍດີ ອິນໂດເນເຊຍ

  ໃນວັນທີ 25 ກໍລະກົດ 2009, ພະນະທ່ານ ຈູມມາລີໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວໄດ້ສົ່ງສານຊົມເຊີຍເຖິງພະນະທ່ານ ຊູຊີໂລ ບຳບັງ ຢູໂດໂຢໂນ, ປະທານາທິບໍດີແຫ່ງ ສ.ອິນໂດເນເຊຍ, ທີ່ນະຄອນຫລວງຈາກາຕາເຊິ່ງ​ມີເນື້ອໃນວ່າ: ​ເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກ​ຕັ້ງ ເປັນປະທານາທິບໍດີແຫ່ງ ສ.ອິນ​​ໂດເນເຊຍ ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງຈິງໃຈແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ​ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືຈາກພະນະທ່ານເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແລະ ການຮ່ວມມືທີ່ມີມາແຕ່ດົນນານລະຫວ່າງ ສອງປະເທດພວກເຮົາ ທັງໃນຂອບສອງຝ່າຍແລະໃນຂອບອາຊຽນໃຫ້ເພີ່ມທະວີຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ, ​ເພື່ອຜົນປະ​​ໂຫຍ ຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ ສະຖຽນລະພາບແລະ ການຮ່ວມມືພັດທະນາໃນພາກພື້ນແລະໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກຕະຫລອດໄປແລະປະສົບຜົນສຳເລັດໃນພາລະກິດ ອັນສູງສົ່ງຂອງ ພະນະທ່ານ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la