|
|
|
ໃນວັນທີ 24 ຕຸລາ 2008 ນີ້, ທີ່ນະຄອນຫລວງວຽງຈັນ ໄດ້ຈັດພິທີສະເຫລີມສະຫລອງວັນອົງການສະຫະປະຊາຊາດ ຄົບຮອບ 63 ປີ ແລະ ຄົບຮອບ 53 ປີ ຂອງການຮ່ວມມື ລາວ-ສປຊ. ຜູ້ເຂົ້າຮ່ວມໃນພິທີດັ່ງກ່າວມີ: ທ່ານ ຫຽມ ພົມມະຈັນ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ແລະ ມີບັນດາທ່ານລັດຖະມົນຕີວ່າການ, ຊ່ວຍວ່າການ, ບັນດາ ທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານນາງ ໄລລາ ອິສ ມານຄັນ ຜູ້ຮັກສາການຜູ້ປະສານງານອົງການ ສປຊ ໄດ້ມີຄຳເຫັນໃນພິທີ ເຊິ່ງທ່ານໄດ້ກ່າວ ວ່າ: ຕັ້ງແຕ່ເລີ່ມຕົ້ນ, ຄວາມສົນໃຈຫລັກຂອງອົງການ ສປຊ ແມ່ນບັນດາສິ່ງທ້າທາຍດ້ານສັງຄົມ, ໂດຍສະເພາະ ແມ່ນຄວາມທຸກຍາກ, ໄພອຶດຫິວ, ການເຈັບໄຂ້ ແລະ ການຖືກເອົາປຽບ. ຫລາຍກວ່າ 70 ສ່ວນຮ້ອຍຂອງວຽກງານອົງການ ສປຊ ແມ່ນອຸທິດໃຫ້ຄວາມສຳເລັດຂອງເປົ້າຫມາຍນີ້, ໂດຍຜ່ານອົງການ ແລະ ໂຄງການທີ່ຊ່ຽວຊານກ່ຽວກັບວຽກງານດັ່ງກ່າວ, ເຊິ່ງຫລາຍອົງການ ແລະ ໂຄງການແມ່ນໄດ້ເຮັດວຽກຢູ່ ສປປ ລາວ ໃນວຽກງານພັດທະນາ. ພວກເຮົາເຊື່ອວ່າການລຶບລ້າງຄວາມທຸກຍາກ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຢູ່ທົ່ວທຸກບອ່ນ ແມ່ນບາດກ້າວທີ່ສຳຄັນໃນການສ້າງເງື່ອນໄຂ ເພື່ອສັນຕິພາບຂອງໂລກທີ່ຍືນຍາວ. ກຸນແຈສຳຄັນຂອງວຽກງານດ້ານພັດທະນາຂອງອົງການ ສປຊ ແມ່ນການເລືອກໃຊ້ເປົ້າຫມາຍສະຫັດສະວັດດ້ານການພັດທະນາເມື່ອ 8 ປີກ່ອນ. ເຊິ່ງພວກເຮົາຮູ້ແລ້ວວ່າເປົ້າຫມາຍສະຫັດສະວັດດ້ານການພັດທະນາ ແລະ ຈຸດປະສົງຂອງຂອບໄລຍະເວລາທີ່ກຳນົດ ແມ່ນເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນທີ່ ທຸກຍາກຂອງໂລກ. ບັນດາປະເທດສະມາຊິກ ໄດ້ຕົກລົງເຫັນພ້ອມຄວາມຕ້ອງການທີ່ຈະບັນລຸເປົ້າຫມາຍສະຫັດສະວັດດ້ານການພັດທະນາພາຍໃນປີ 2015. ການສະເຫລີມສະຫລອງປີນີ້ ແມ່ນເນັ້ນໃສ່ເປົ້າຫມາຍສະຫັດສະວັດດ້ານການພັດທະນາ ເຊິ່ງແມ່ນການສົ່ງເສີມປະເທດໄປສູ່ການພັດທະນາທີ່ຍືນຍົງ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |