|
|
|
ຄະນະຜູ້ແທນຂັ້ນສູງຂອງພັກປະຊາຊົນ ປະຕິວັດລາວ ສຳເລັດການຢ້ຽມຢາມ ສປປ ເກົາຫລີ ຕອບສະໜອງຕາມຄຳເຊີນຂອງ ສູນກາງພັກແຮງງານເກົາຫລີ, ຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ປະຕິວັດລາວ ນຳໂດຍທ່ານ ທອງລຸນ ສີສຸລິດ, ກຳມະການກົມການ ເມືອງສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ທຳການຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການເປັນເວລາ 3 ວັນ, ນັບແຕ່ວັນທີ 21-23 ຕຸລາ 2008 ນີ້. ການຢ້ຽມຢາມ ສປປ ເກົາຫລີ ຂອງຄະນະໃນຄັ້ງນີ້, ເປັນການປະຕິບັດແຜນການຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນຂອງສອງພັກໃນປີ 2008 ແລະ ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອອັນດີງາມລະຫວ່າງ ສປປ ລາວ-ສປປ ເກົາຫລີ ແລະ ປຶກສາຫາລືແຜນການຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກແຮງງານເກົາຫລີ ໃນຊຸມປີຕໍ່ໜ້າ. ນອກນີ້, ຍັງໄດ້ມີການພົບປະການນຳຂັ້ນສູງຂອງພັກແຮງງານເກົາຫລີ ແລະ ເປັນກຽດເຂົ້າ ຢ້ຽມຂໍ່ານັບສະຫາຍ ກິມ ເຢິງນາມ, ປະທານຄະນະປະທານສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ ແລະ ໄດ້ຮັບການຕ້ອນຮັບອັນສະໜິດສະໜົມຖານເພື່ອນມິດສະຫາຍຈາກ ສູນກາງພັກແຮງງານເກົາຫລີ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ແລະ ການແລກປ່ຽນຄະນະຜູ້ແທນສຳລັບໄລຍະປີ 2008-2010, ເຊິ່ງການຢ້ຽມຢາມດັ່ງກ່າວ ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |