ພະນະທ່ານປະທານປະເທດ ຕ້ອນຮັບທູດບັນດາປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງ
ໃນວັນທີ 28 ພຶດສະພາ 2009, ທີ່ສຳນັກງານປະທານປະເທດ, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບບັນດາທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ຕາມລຳດັບດັ່ງນີ້: ຕ້ອນຮັບທ່ານ ໂຈອາວ ເຟຣດຕຣາສເດີ ກາມາຣາ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຕີມໍແລັສເຕ; ທ່ານ ນິໂຄລາສ ແວມໂວນາກີ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດເກຣັກ ເຊິ່ງມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທເຊັ່ນດຽວ ກັນ; ທ່ານອັບດູນ ຊິດໂຊ ໂອມາຣີຕີໂຣ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດຕັງຊານີ ປະຈຳລາວ, ເຊິ່ງມີສຳນັກງານຕັ້ງຢູ່ ກົວລາລຳເປີ, ປະເທດມາເລເຊຍ.
ໃນໂອກາດນີ້, ພະນະທ່ານປະທານປະເທດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຊົມເຊີຍຕໍ່ບັນດາທ່ານທູດປະເທດເພື່ອນມິດ ທີ່ມາດຳລົງ ຕຳແໜງເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳລາວ, ຊຶ່ງເປັນການປະກອບສ່ວນອັນສຳຄັນຕໍ່ການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫລືອລະຫວ່າງ ສປປ ລາວ ກັບປະເທດເຫລົ່ານີ້ໃຫ້ງອກງາມຂຶ້ນເລື້ອຍໆ, ພ້ອມນີ້ ທ່ານປະທານປະເທດ ກໍ່ໄດ້ອວຍພອນ ໃຫ້ແຕ່ລະທ່ານ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດອີກດ້ວຍ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la