ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດຕີມໍແລັສເຕແລະ ທູດເກຣັກ

ໃນວັນທີ 28 ພຶດສະພາ 2009, ທີ່ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂຄລາສແວໂວນາກີ, ​ເອກອັກຄະລັດຖະທູດປະເທດເກຣັກ ຄົນໃໝ່ປະຈຳລາວແລະໄດ້ຕ້ອນຮັບທ່ານໂຈອາວເຟຣດຕຣາສເດີ ກາມາຣາ, ​ເອກອັກຄະລັດຖະທູດແຫ່ງ ຕີມໍແລັສເຕ ຄົນໃໝ່ປະຈຳລາວເຊິ່ງມີສຳນັກງານຕັ້ງຢູ່ ບາງກອກ ປະເທໄທເຊັ່ນດຽວກັນ.

ໃນໂອກາດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານທູດທັງສອງໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມຕ້ອນຮັບແລະ ຊົມເຊີຍຕໍ່ບັນດາທ່ານທູດທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ເປັນເອກອັກຄະລັດຖະທູດປະຈຳລາວແລະ ຫວັງວ່າທ່ານທູດແຕ່ລະທ່ານ ຈະຕັ້ງໜ້າປະກອບສ່ວນໃນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງ ສປປ ລາວແລະ ປະເທດຂອງຕົນໃຫ້ນັບມື້ນັບ​​ແໜ້ນແຟ້ນຂຶ້ນ.

ນອກນີ້, ​ໃນວັນດຽວກັນ ທ່ານ ທອງສິງ ທຳມະວົງ, ປະທານສະພາ​​ແຫ່ງ ສປປ ລາວ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານໂຈອາວເຟຣດຕຣາສເດີ ກາມາຣາ, ​ເອກອັກຄະລັດຖະທູດແຫ່ງ ຕີມໍແລັສເຕ ຄົນໃໝ່ປະຈຳລາວພ້ອມທັງຕີລາຄາສູງການມາປະຕິບັດໜ້າທີ່ ຂອງທ່ານທູດໃນຄັ້ງນີ້ດ້ວຍ.

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la