|
|
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
|
ສານຊົມເຊີຍ ໃນວັນທີ 26 ກັນຍາ 2008, ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ສົມພົງ ອະມອນວິວັດ ລັດຖະມົນຕີວ່າການກະຊວງການຕ່າງປະເທດຄົນໃໝ່ ແຫ່ງຣາຊະອານາຈັກໄທ ທີ່ບາງກອກ ສານຂຽນວ່າ: ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທຄົນໃໝ່, ຂ້າພະເຈົ້າຂໍສົ່ງຄວາມ ຊົມເຊີຍ ອັນອົບອຸ່ນມາຍັງພະນະທ່ານ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງກະຊວງການຕ່າງປະເທດ ກໍ່ຄືສອງປະເທດເຮົາໃຫ້ເກີດດອກອອກ ຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ, ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນຂອບເຂດອາຊຽນກໍ່ຄືພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນພາລະກິດ ອັນສູງສົ່ງ ຂອງພະນະທ່ານ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |